ສາລະບານ
•ບັນຫາຈາລະຈອນ
•ສາເຫດຫຼັກ
•ການນຳເອົາລະບົບໄອທີເຂົ້າຊ່ວຍໃນການໃຫ້ ຄວາມຮູ້ດ້ານຈາລະຈອນ


ສາເຫດຫຼັກ

ລົດຕິດ
•ຜູ້ຂັບຂີ່ບາງຄົນ:
–ບໍ່ເຂົ້າໃຈກົດຈາລະຈອນຢ່າງແທ້ຈິງ
–ບໍ່ປະຕິບັດຕາມກົດຈາລະຈອນ
–ບໍ່ມີມະລາຍາດໃນການຂັບຂ່ີ
•ລົດຫຼາຍ ແລະ ຊ່ວຍໂມງຮີບດ່ວນ

ອຸປະຕິເຫດ

•ຜູ້ຂັບຂີ່ບາງຄົນ:
–ບໍ່ເຂົ້າໃຈກົດຈາລະຈອນຢ່າງແທ້ຈິງ
–ບໍ່ປະຕິບັດຕາມກົດຈາລະຈອນ
–ບໍ່ມີມະລາຍາດໃນການຂັບຂ່ີ
–ເມົາແລ້ວຂັບ
–ລົມໂທລະຊັບຍາມຂັບລົດ
•ລົດຫຼາຍ ແລະ ຊ່ວຍໂມງຮີບດ່ວນ

•ສ້າງຖານຂໍ້ມູນຂອງກົດຈາລະຈອນ

•ເຜີຍແຜ່ ແລະ ໂຄສະນາທາງ website
•ເຜີຍແຜ່ ແລະ share ຜ່ານ Facebook ເພາະປະຈຸບັນ ຄົນໃຊ້ Facebook ຫຼາຍ
(ເຜີຍແຜ່ ແລະ ໂຄສະນາດ້ວຍພາບເຄື່ອນໄຫວ ປະກອບກັບທິດສະດີ)





ອຸປະຕິເຫດ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ​ທຸກ​ນາທີ ຖ້າ​ພວກ​ເຮົາ​ຫາກ​ປະໝາດ ແລະ ຂາດ​ສະຕິ ບໍ່​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ຄື​ອຸປະ​ເຫດ​ລາຍ​ນີ້​ເກີດ​ຂຶ້ນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ເມສາ 2013 ເວລາ​ປະມານ 7:00 ໂມງ ຢູ່​ເສັ້ນທາງ​ຫົວ​ຂົວ-ນາ​ຄວາຍ​ເຂດ​ບ້ານ​ໂນນ​ຄໍ້​ເໜືອ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ເປັນ​ເວລາ​ຮີບ​ດ່ວນ​ທີ່​ຄົນ​ໄປ​ວຽກ​ໄປ​ການ.

ອຸປະຕິເຫດ​ລາຍ​ນີ້​ ແມ່ນ​ລົດ​ໃຫຍ່ 10 ລໍ້​ຕຳ​ກັບ​ລົດຈັກ ໃນ​ສະພາບ​ທີ່​ຫວາດ​ສຽວ​ພໍ​ສົມຄວນ​ຄື ຕີນ​ໜ້າ​ເບື້ອງ​ຊ້າຍ​ຂອງ​ລົດ​ໃຫຍ່ ຢຽບ​ລົດຈັກ​ຢູ່ ຄື​ພວກ​ເຮົາ​ເຫັນ​ຢູ່​ໃນ​ຮູບ​ພາບ​ນີ້ ເຫັນ​ສະພາບ​ທີ່​ເກີດ​ຂຶ້ນ​ແລ້ວ ຫຼາຍ​ຄົນ​ຄົງ​ຄິດ​ວ່າ​ຜູ້​ຂັບ​ຂີ່​ລົດຈັກ​ອາດ​ຈະ​ເຖິງ​ຂັ້ນ​ເສຍ​ຊີວິດ ຫຼື ອາດ​ຈະ​ບາດເຈັບ​ໜັກ ແຕ່​ອຸປະຕິເຫດ​ຄັ້ງ​ນີ້​ໂຊກ​ດີ​ທີ່​ບໍ່​ມີ​ຜູ້​ເສຍ​ຊີວິດ ມີ​ແຕ່​ຜູ້​ຂັບ​ຂີ່​ລົດຈັກ​ບາດເຈັບ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ.

ເຫດການ ​ທີ່​ບໍ່​ເພິ່ງ​ປາດ​ຖະ​ໜາ​ຄັ້ງ​ນີ້ ເປັນ​ຄະຕິ​ເຕືອນໃຈ​ໃຫ້​ທຸກ​ຄົນຮູ້​ວ່າ ເວລາ​ຂັບ​ຂີ່​ພາຫະນະ​ຕາມ​ທ້ອງ​ຖະໜົນ ກ່ອນ​ອື່ນ​ກໍ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ບໍ່​ປະໝາດ ບໍ່​ຂາດ​ສະຕິ ເມົາ​ແລ້ວ​ບໍ່​ຂັບ ແລະ ຄ່ອຍ​ໄປ​ຄ່ອຍ​ມາ ໂດຍ​ສະເພາະ​ແມ່ນ​ຕ້ອງ​ເຂັ້ມ​ງວດ​ຕໍ່​ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ແລ່ນ​ໃຫ້​ຖືກ​ຊ່ອງ​ທາງ​ຂອງ​ຕົນ ແລະ ເວລາ​ຈະ​ລ້ຽວ​ຊ້າຍ ລ້ຽວ​ຂວາ ຫຼື ຈະ​ຂ້າມ​ທາງ ກໍ​ຕ້ອງ​ເປີດ​ໄຟ​ສັນຍານ ພ້ອມ​ທັງ​ຫຼຽວ​ເບິ່ງ​ລົດ​ທາງ​ໜ້າ ແລະ ທາງ​ຫຼັງ ວ່າ​ມີ​ຄວາມ​ຮັບປະກັນ​ແລ້ວ​ບໍ ຈຶ່ງ​ຂ້າມ ຖ້າ​ພວກ​ເຮົາ​ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້ ອຸປະຕິເຫດ​ຈະ​ບໍ່ເກີດ​ຂຶ້ນ​ກັບ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ເດັດຂາດ.
ພັດທະນາ ແລະ ສະໜັບສະໜູນໂດຍ ບໍລິສັດ ເອອີເຄ ຈຳກັດ