![]() |
ລົດຄັນສີມ່ວງ ມີສິດໄປກ່ອນເພາະຢູ່ກ້ຳທີ່ມີປ້າຍ ບອກສິດ ເລກທີ 3.6 "ມີສິດໄປກ່ອນ" ສ່ວນລົດບັນທຸກສີແດງ ໄປນຳຫຼັງເພາະຢູ່ກ້ຳທີ່ມີປ້າຍບອກສິດ ເລກທີ 3.5 "ລົດທີ່ສວນທາງມາມີສິດໄປກ່ອນ"
![]() |
ລົດເກງຄັນສີແດງຈະລ້ຽວຊ້າຍມີສິດໄປກ່ອນ ເພາະບໍ່ມີອຸປະສັກທາງກ້ຳຂວາ ແຕ່ສົດສີແດງຕ້ອງຢຸດລໍຖ້າກາງທາງ ເພື່ອປ່ອຍທາງໃຫ້ລົດເກງຄັນສີຂຽວໄປກ່ອນ ເພາະເວລານັ້ນ ລົດສີຂຽວຢູ່ກ້ຳຂວາຂອງລົດສີແດງ ລົດສີມ່ວງໄປຊື່ທີ່ສອງ ເພາະຫຼັງຈາກລົດສີແດງຜ່ານໄປແລ້ວ ບໍ່ມີອຸປະສັກຈາກທາງກ້ຳຂວາ ລົດສີຂຽວຈະໄປຊື່ ຕ້ອງປ່ອຍທາງໃຫ້ລົດສີມ່ວງໄປກ່ອນ ແລ້ວຈຶ່ງໄປໄດ້
![]() |
ລົດເກງສີແດງ ແລະ ລົດບັນທຸກໜັກສີຂຽວໄປພ້ອມກັນ ລົດເກງສີເຫຼືອງຢຸດປ່ອຍທາງໃຫ້ ລົດສີແດງໄປກ່ອນ ເພາະລົດສີແດງຢູ່ທາງໃຫຍ່
![]() |
ລົດເກງສີແດງ ໄປກ່ອນເພາະບໍ່ມີອຸປະສັກທາງກ້ຳຂວາ ລົດເກງສີຂຽວໄປຕາມຫຼັງ
![]() |
ລົດເກງສີແດງ ແລະ ລົດສີຂຽວໄປພ້ອມກັນ ແຕ່ກ່ອນລົດສີຂຽວຈະລ້ຽວຊ້າຍ ຕ້ອງປ່ອຍໃຫ້ລົດສີແດງໄປຊື່ກ່ອນ ເພາະເວລານັ້ນ ລົດສີແດງຢູ່ທາງກ້ຳຂວາຂອງລົດສີຂຽວ
![]() |
ລົດບັນທຸກສີແດງໄປກ່ອນ ເພາະຢູ່ທາງໃຫຍ່ ລົດເກງສີເຫຼືອງໄປຕາມຫຼັງ ເພາະຢູ່ທາງທີ່ມີປ້າຍບອກສິດ 3.3 "ປ່ອຍທາງ
![]() |
ລົດສີຂຽວໄປຊື່ກ່ອນ ເພາະຢູ່ທາງທີ່ເປີດໄຟຂຽວ ລົດສີຟ້າຈະລ້ຽວຂວາ ໄປຕາມທາງຂອງລູກສອນ ຕ້ອງປ່ອຍທາງໃຫ້ຄົນຍ່າງຂ້າມໄປກ່ອນ ແລະປ່ອຍໃຫ້ລົດສີຂຽວໄປກ່ອນ ແລ້ວລົດສີເຫຼືອງຈຶ່ງໄປ ຫ້າມສັນຈອນເພາະຢູ່ສາຍທາງໄຟແດງ