ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ
( ສະບັບ​ປັບປຸງ )
ພາກ​ທີ I
ບົດ​ບັນຍັດ​ທົ່ວ​ໄປ



ມາດຕາ 1 (ປັບປຸງ) ຈຸດປະສົງ 

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈະລາຈອນທາງບົກ ເພື່ອອໍານວຍ ຄວາມ​ສະດວກ, ຄວບຄຸມການສັນຈອນ ແລະ ການນຳໃຊ້ຍານພາຫະນະ ຕາມເສັ້ນທາງບົກ ໃຫ້ມີ ຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຫຼຸດຜ່ອນອຸບປະຕິເຫດ, ຄວາມແອອັດໃນການສັນຈອນ ຕິດພັນກັບການບໍລິການ, ການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການເຊື່ອມໂຍງກັບສາກົນ.
ມາດຕາ 2 (ໃໝ່) ການ​ຈະລາຈອນ​ທາງບົກ
ການຈະລາຈອນທາງບົກ ແມ່ນ ການສັນຈອນໄປ ມາ ຂອງຄົນ ແລະ ສັດ ດ້ວຍການນຳ ໃຊ້ ຫຼື ບໍ່ນໍາໃຊ້ພາຫະນະ ແລະ ຍານພາຫະນະຊະນິດຕ່າງໆ ຕາມເສັ້ນທາງບົກ ​ໂດຍ​ປະຕິບັດກົດຈະ ລາຈອນ ຢ່າງ​ຖືກຕ້ອງ.

ມາດຕາ 3 (ປັບປຸງ) ການອະທິບາຍ​ຄໍາ​ສັບ

ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1. ກົດຈະລາຈອນ ໝາຍ​ເຖິງ ລະບຽບການລະອຽດ ກ່ຽວກັບການຈະລາຈອນທາງບົກ;

2. ປ້າຍຈະລາຈອນ ໝາຍ​ເຖິງ ເຄື່ອງໝາຍຊີ້ບອກ ການປະຕິບັດກົດຈະລາຈອນ ຕາມເສັ້ນທາງບົກ;

3. ເຄື່ອງໝາຍຈະລາຈອນ ໝາຍ​ເຖິງ ສິ່ງຊີ້ບອກ ກົດຈະລາຈອນຕາມເສັ້ນທາງບົກ ດ້ວຍການຕິດຕັ້ງປ້າຍ, ຂີດ, ຂຽນ, ແຕ້ມໄວ້ຕາມໜ້າທາງ, ບ່າທາງ, ຂອບທາງ, ແຄມທາງ ແລະ ເທິງທາງ;

4. ໃບຂັບຂີ່ຍານພາຫະນະ ໝາຍ​ເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກ ໃຫ້ໂດຍຂະແໜງການໂຍທາທິການ ແລະ ຂົນສົ່ງ;

5. ຜູ້ນຳ​ໃຊ້ເສັ້ນ​ທາງ ໝາຍ​ເຖິງ ຜູ້ຂັບຂີ່ ຫຼື ນຳ​ໃຊ້​ຍານ​ພາຫະນະ, ຄົນ​ຍ່າງ, ຜູ້​ຄວບ​ຄຸມສັດ, ຜູ້ອະນາໄມ, ຜູ້ສ້ອມແປງ, ​ຜູ້ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ຕາມເສັ້ນທາງບົກ;

6. ເສັ້ນທາງ ​ໝາຍ​ເຖິງ ​ຂອບ​ເຂດ​ພື້ນ​ທີ່​ ຊຶ່ງໄດ້​ກໍ່ສ້າງ​ຂຶ້ນເພື່ອ​ຮັບ​ໃຊ້​ໃຫ້ແກ່​ການ​ຈະ ລາຈອນ​ທາງບົກ;

7. ຖະໜົນ ໝາຍ​ເຖິງ​ ພື້ນທີ່ຂອງເສັ້ນທາງ ຫຼື ຫົນທາງ ທັງໝົດ ທີ່ນໍາໃຊ້ສໍາລັບການ ຈະລາຈອນທາງບົກ ໃນ​ຕົວ​ເມືອງ​;

8. ໜ້າທາງ ໝາຍ​ເຖິງ ພື້ນທີ່ຂອງ​ເສັ້ນທາງ​ ທີ່​ນຳ​ໃຊ້​ສຳລັບ​ການ​ສັນຈອນ​ຂອງ​ຍານ ພາຫະນະ;

9. ຊ່ອງ​ຈະລາຈອນ ໝາຍ​ເຖິງ ພື້ນທີ່ຂອງເສັ້ນທາງ ທີ່ແບ່ງຂອບເຂດ​ໜ້າທາງຕາມ​ລວງ​ຍາວຂອງເສັ້ນທາງ ແລະ ມີຄວາມກວ້າງຕາມມາດຕະຖານທີ່ກໍານົດ;​

10. ທາງ​ຄົບ ໝາຍ​ເຖິງ​ ເສັ້ນທາງ​ທີ່​ຕັດ​ກັນ ຫຼື ຄົບ​ກັນ ​ຢູ່ໃນ​ລະດັບ​ໜ້າທາງດຽວ​ກັນ ນັບແຕ່ສອງເສັ້ນຂຶ້ນໄປ;

11. ທາງ​​ແຍກ ໝາຍເຖິງ ເສັ້ນທາງທີ່ແຍກອອກເປັນຫຼາຍເສັ້ນທາງ;

12. ຢຸດລົດ ໝາຍເຖິງ ຢຸດເຄື່ອນໄຫວຍານພາຫະນະຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນໃນເວລາອັນສັ້ນ ໂດຍບໍ່ມອດຈັກ ແລະ ຜູ້ຂັບຂີ່ຕ້ອງປະຈຳຢູ່ຕໍາແໜ່ງຂອງຄົນຂັບ;

13. ຈອດລົດ ໝາຍເຖິງ ຢຸດເຄື່ອນໄຫວຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນ ໂດຍມອດຈັກ ແລະ ຜູ້ຂັບຂີ່ສາມາດອອກຈາກຍານພາຫະນະໄດ້;

14. ລົດຫົວລາກ ໝາຍ​ເຖິງ ຍານພາຫະນະ​ທີ່ມີລະບົບຂັບ​ເຄື່ອນດ້ວຍ​ເຄື່ອງຈັກ ນຳ ໃຊ້ສໍາລັບແກ່ເຄິ່ງຫາງລາກ;

15. ເຄິ່ງຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຫົວລາກ;

16. ຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຂົນສົ່ງທົ່ວໄປ;

17. ການສັນຈອນພິເສດ ໝາຍເຖິງ ການ​ສັນຈອນ​ຂອງຂະ​ບວນລົດ​ຜູ້ນຳ, ​ແຂກ​ຕ່າງປະ​ເທດ, ລົດ​ໂຮງໝໍ, ລົດ​ມອດ​ໄຟ, ລົດ​ກູ້​ໄພ, ລົດ​ຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ​ທີ່ມີ ລະບົບສັນຍານແຈ້ງເຕືອນ ຊຶ່ງກໍາລັງປະຕິບັດໜ້າທີ່ອັນຮີບດ່ວນ;

18. ເຂດ​ຊຸມ​ຊົນ ໝາຍ​ເຖິງ ບໍລິ​ເວນທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ;

19. ຍານພາຫະນະ ໝາຍ​ເຖິງ ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ.

ມາດຕາ 4 (ປັບປຸງ) ນະ​ໂຍບາຍ​ຂອງລັດ ກ່ຽວກັບວຽກງານຈະລາຈອນທາງບົກ
 
ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາ, ກໍ່ສ້າງ, ບູລະນະ, ຕິດຕັ້ງ ແລະ ປົກປັກຮັກສາລະບົບການຈະລາຈອນ ທາງບົກໃຫ້ມີປະສິດທິຜົນ ແລະ ຢືນຍົງໂດຍນຳ​ໃຊ້ວິທະຍາສາດ, ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່ທັນ ສະໄໝ.

​ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການ​ພັດທະນາ​ວຽກງານຂົນ​ສົ່ງ​ມວນ​ຊົນ​ໃນ​ຕົວ​ເມືອງ ເພື່ອ ຮັບປະກັນການຈະລາຈອນໃນຕົວເມືອງມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ ພ້ອມທັງບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເປັນຕົວເມືອງທີ່ໜ້າຢູ່.

ມາດຕາ 5 (ປັບປຸງ) ຫຼັກການ​ ກ່ຽວ​ກັບວຽກງານ​ຈະລາຈອນ​ທາງບົກ

​ ວຽກ​ງານ​​ຈະລາຈອນ​ທາງບົກ ​ໃຫ້​ປະຕິບັດ​ຕາມ​ຫຼັກການ​ ດັ່ງ​ນີ້:

1. ​ຮັບປະກັນຄວາມສອດຄ່ອງ​ກັບ​ແຜນ​ພັດ​ທະນາ​ເສດຖະກິດ-​ສັງຄົມ​ ແຫ່ງ​ຊາດ, ​ແຜນ​ ຍຸດ​ທະ​ສາດ ​ແລະ ​ແຜນ​ດຳ​ເນີນ​ງານ​ຄວາມ​ປອດ​ໄພ​ທາງ​ຖະໜົນ ເພື່ອເຮັດໃຫ້ວຽກງານຈະລາຈອນ ທາງບົກ ມີລະບົບກົມກຽວ ແລະ ກ້າວໄປສູ່ຄວາມທັນສະໄໝ; ​

2. ​ຮັບປະກັນຄວາມເປັນ​ລະບຽບ​ຮຽບຮ້ອຍ​, ຄວາມປອດໄພ, ຄວາມສະດວກ, ໂລ່ງ ລ່ຽນ, ຕໍ່ເນື່ອງ, ມີປະສິດທິຜົນ ດ້ວຍຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງບຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ;

3. ຮັບປະກັນຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ການແບ່ງຂັ້ນຄຸ້ມ ຄອງ ລະຫວ່າງຂະແໜງການ ຢູ່ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານການປະສານສົມທົບ ຢ່າງໃກ້ ຊິດ;

4. ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ຍານພາຫະນະ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ມີຄວາມປອດໄພ;

5. ຮັບປະກັນ ຄວາມສອດຄ່ອງຂອງກົດຈະລາຈອນທາງບົກ ຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 (ປັບປຸງ) ພັນທະຂອງຜູ້ນຳໃຊ້ເສັ້ນທາງ

ພົນລະ​ເມືອງ​ລາວ, ຊາວ​ຕ່າງ​ດ້າວ, ຄົນ​ບໍ່​ມີ​ສັນຊາດ ​ແລະ ຄົນ​ຕ່າງປະ​ເທດ​ ທີ່​ສັນຈອນ​ຕາມ​ເສັ້ນທາງ ​ຢູ່​ໃນ​ດິນ​ແດນ ຂອງ ສປປ ລາວ ຕ້ອງ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດ​ໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງ​ເຂັ້ມ​ງວດ, ພ້ອມກັນນັ້ນ ກໍຕ້ອງ​ປະກອບສ່ວນ​ໃນ​ການ​ປົກ​ປັກ​ຮັກສາ,​ ບູລະນະ​ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຈະລາຈອນ​ທາງ​ບົກ.

ມາດຕາ 7 (ໃໝ່) ຂອບ​ເຂດ​ການ​ນໍາ​ໃຊ້​ກົດໝາຍ

ກົດໝາຍ​ສະບັບ​ນີ້ ນຳ​ໃຊ້​ສຳລັບ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດ​ຕັ້ງ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຈະລາຈອນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ, ການດຳເນີນກິດຈະການດ້ານການຈະລາຈອນທາງບົກ ຢູ່ ສປປ ລາວ.

ມາດຕາ 8 (ໃໝ່) ການ​ຮ່ວມ​ມື​ສາກົນ

ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈະລາຈອນທາງບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ວິທະ ຍາສາດເຕັກນິກ ແລະ ເຕັກໂນໂລຊີ, ການສ້າງ, ບຳລຸງ, ຍົກລະດັບພະນັກງານ, ການຍາດແຍ່ງ ການຊ່ວຍເຫຼືອ, ການຮ່ວມມືດ້ານການລົງທຶນ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກ​ທີ II
​ການ​ຈະລາຈອນ​ທາງບົກ

ໝວດ​ທີ 1
ລະບຽບການຈະລາຈອນທາງບົກ

ມາດຕາ 9 (ປັບປຸງ) ລະບຽບ​ການທົ່ວ​ໄປ

ໃນການຈະລາຈອນທາງບົກ ຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນຳໃຊ້ເສັ້ນທາງ ຕ້ອງໄປ ຕາມຊ່ອງຈະລາຈອນ ຕາມທິດທາງທີ່ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດ ຈະລາຈອນຢ່າງເຂັ້ມງວດ.

ກົດຈະລາຈອນທາງບົກ ຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດ​ຕັ້ງ​ເຜີຍ​ແຜ່​ໃຫ້​ທົ່ວ​ສັງຄົມ​ໄດ້​ຮັບ​ຮູ້​ດ້ວຍ​ຫຼາຍ​ຮູບ​ການ.

ມາດຕາ 10 (ໃໝ່) ລະບຽບການ​ສໍາລັບຄົນຍ່າງ

ການຍ່າງຕາມທາງ ແລະ ຍ່າງຂ້າມທາງ ໃນຕົວເມືອງ, ເທດສະບານ ໃຫ້ປະຕິບັດ ດັ່ງນີ້:

- ຍ່າງໄປຕາມທາງ ທີ່​ໄດ້ກຳນົດໄວ້ສຳລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນ ຍ່າງ ກໍ​ໃຫ້​ຍ່າງລຽບຕາມແຄມທາງ​ເບື້ອ​ງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນຳກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນ ການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫຼື ຂະບວນ ຍ່າງອື່ນ ທີ່ໄດ້ຮັບອະນຸຍາດ;

- ຍ່າງຂ້າມຕາມທາງມ້າລາຍ, ບ່ອນມີໄຟສັນຍານ, ຂົວຂ້າມທາງ, ອຸໂມງ ຫຼື ບ່ອນ ທີ່ກຳນົດໄວ້, ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມ ປອດໄພ.

ທຸກຄົນ ມີໜ້າທີ່ຊ່ວຍເຫຼືອ ເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້​ບໍ່​ສາ​ມາດຊ່ວຍ​ຕົນ​ເອງ​ໄດ້ໃນເວລາຍ່າງຂ້າມທາງ.

ມາດຕາ 11 (ປັບປຸງ) ລະບຽບການຄຸ້ມຄອງສັດລ້ຽງ​

ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍ​ສັດ​ທຸກ​ຊະນິດ ​ຕາມ​ເສັ້ນທາງຫຼວງ.

ການ​​ເຄື່ອນຍ້າຍ​ສັດຕາມ​ເສັ້ນທາງ ຕ້ອງ​ມີ​ຜູ້​ຄວບ​ຄຸມ ​ແລະ ຕ້ອງປະຕິບັດ​ຕາມ​ກົດຈະລາ ຈອນ​.

​ໃນ​ກໍລະນີ ​ເກີດ​ອຸບ​ປະຕິ​ເຫດຍ້ອນສັດລ້ຽງ ​ເຈົ້າ​ຂອງ ຫຼື ຜູ້​ຄອບ​ຄອງສັດ ຕ້ອງ​ຮັບຜິດ ຊອບ​ຕໍ່​ຄວາມ​ເສັຍ​ຫາຍ ​ທີ່​ສັດລ້ຽງ​ນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາ.

ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນ ໃຫ້ລະ ວັງ​ສັດ ​ເພື່ອ​ໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ​ໃນ​ກໍລະນີເກີດ​ອຸບປະຕິ​ເຫດ​ໃນ​​ເຂດ​ທີ່​ມີ​ປ້າຍ​ເຕືອນນັ້ນ​ ຜູ້​ຂັບ​ຂີ່​ ຕ້ອງຮັບຜິດຊອບຕໍ່​ຄວາມ​ເສັຍ​ຫາຍ​ ທີ່​ເກີດ​ຂຶ້ນ.

ມາດຕາ 12 (ໃໝ່) ລະບຽບການສໍາລັບຜູ້ຂັບຂີ່

ຜູ້ຂັບຂີ່ຍານພາຫະນະທຸກຊະນິດ ມີ ໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:

- ຕ້ອງມີເອກະສານທີ່ຈໍາເປັນ ເປັນຕົ້ນ ໃບ​ຂັບ​ຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສັຍຄ່າທາງ, ໃບ​ປະ​ກັນໄພ; ​ສໍາລັບລົດຂົນສົ່ງສິນຄ້າ ແລະ ໂດຍສານ ຍັງຕ້ອງມີເອກະສານອື່ນ ທີ່ກ່ຽວຂ້ອງ;

- ກວດກາສະພາບເຕັກນິກລົດ ເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ;

- ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ ຄວບຄຸມການຈະລາຈອນທາງບົກ;

- ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໃຫ້ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບ ເມື່ອພົບເຫັນອຸບປະຕິເຫດ;

- ຢຸດ ແລະ ປ່ອຍທາງໃຫ້ແກ່ການສັນຈອນພິເສດ;

- ໃຫ້ບູລິມະສິດແກ່ຄົນຍ່າງຂ້າມທາງ;

- ຍົກຍ້າຍຍານພາຫະນະ ອອກຈາກ​ຊ່ອງ​ທາງ​ການ​ຈະລາຈອນໂດຍດ່ວນ ໃນ​ກໍລະ​ນີ​ຍານພາຫະນະ​ຕິດ​ຂັດ, ​ເປ່ເພ ຢູ່​ຕາມ​ເສັ້ນທາງ.



ໝວດ​ທີ 2
ການ​ຂັບ​ຂີ່ຍານພາຫະນະ



ມາດຕາ 13 (ໃໝ່) ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່

ການສອບເສັງເອົາໃບຂັບຂີ່ ຕ້ອງມີເງື່ອນໄຂ ດັ່ງນີ້:

- ມີໃບຢັ້ງຢືນຈົບຫຼັກສູດ ການຮຽນຂັບລົດ;

- ມີ​ໃບ​ຢັ້ງຢືນສຸຂະພາບ; ​

- ມີອາຍຸ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 14 ຂອງກົດໝາຍສະບັບນີ້.

ການສອບເສັງ ແລະ ການອອກໃບຂັບຂີ່ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ.

ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່ ສຳລັບຄົນພິການ ແລະ ເສັຍອົງຄະ ໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

ມາດຕາ 14 (ປັບປຸງ) ອາຍຸຂອງຜູ້ສອບເສັງເອົາໃບຂັບຂີ່

​ ຜູ້ສອບເສັງເອົາໃບຂັບຂີ່ລົດແຕ່ລະປະເພດ ຕ້ອງມີປະສົບການ ແລະ ມີ ອາຍຸ ດັ່ງນີ້:
- ແຕ່ ສິບຫ້າ ປີຂຶ້ນໄປ ສໍາລັບລົດຈັກ ຄວາມແຮງບໍ່ເກີນ 125 cc;

- ແຕ່ ສິບແປດ ປີ ຂຶ້ນໄປ ສໍາລັບລົດຈັກ ຄວາມແຮງ ແຕ່ 125 cc ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່ ຫຼື ນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;

- ແຕ່ ຊາວເອັດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກ ລວມແຕ່ 3.500 ກິໂລກຣາມ ​ເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານ ບໍ່ເກີນ ສິບຫ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ;

- ແຕ່ ຊາວຫ້າ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກລວມ ບໍ່ເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າ ໜັກລວມບໍ່ເກີນ 750 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ສາມສິບຫ້າ ບ່ອນນັ່ງ;

- ແຕ່ ຊາວແປດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ ນໍ້າໜັກບັນທຸກເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ ລົດຂົນສົ່ງໂດຍສານ ແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ.

ມາດຕາ 15 (​ໃໝ່) ໃບ​ຂັບ​ຂີ່

ໃບ​ຂັບ​ຂີ່​ຍານພາຫະນະ​ທີ່ ສປປ ລາວ ອອກໃຫ້ ມີ​ ໃບຂັບຂີ່ພາຍໃນ ແລະ ໃບຂັບຂີ່ສາ ກົນ.

ໃບຂັບຂີ່ພາຍໃນ ແມ່ນ ອອກໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ທີ່ໄດ້ຜ່ານການສອບເສັງ ຢູ່ ສປປ ລາວ ເພື່ອນຳໃຊ້ ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດ ທີ່ມີການຮັບຮູ້ໃບຂັບຂີ່ ຊຶ່ງກັນ ແລະ ກັນ, ມີອາຍຸການນຳໃຊ້ ຫ້າປີ ແລະ ສາມາດ ຕໍ່ໄດ້ຄັ້ງລະ ຫ້າ ປີ.

ໃບ​ຂັບ​ຂີ່​ສາກົນ​ ແມ່ນ ອອກ​ໃຫ້​ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນ ຕ່າງປະເທດ ທີ່ມີໃບຂັບຂີ່ພາຍໃນມາແລ້ວ ເພື່ອນຳໃຊ້​ຢູ່​ຕ່າງປະ​ເທດ.

ຂະໜາດ, ລັກສະນະ ​ແລະ ມາດຕະຖານຂອງ​ໃບ​ຂັບ​ຂີ່ ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ການສະ ​ເພາະ.

ມາດຕາ 16 (ປັບປຸງ) ​ປະເພດໃບ​ຂັບ​ຂີ່ຕາມຊະນິດ​ຍານພາຫະນະ

​ ໃບ​ຂັບ​ຂີ່ພາຍໃນ ຈັດ​ຕາມຊະນິດ​ຍານພາຫະນະ ດ້ວຍຕົວອັກສອນລາເເຕງ ດັ່ງ​ນີ້:

- A : ລົດຈັກ​ສອງ​ລໍ້​ ຄວາມແຮງ​ບໍ່​ເກີນ 125 cc;

- A1: ລົດຈັກ​ສອງ​ລໍ້ ຄວາມແຮງ​ແຕ່ 125 cc ຂຶ້ນໄປ;

- A2: ລົດ​ຈັກສາມ​ລໍ້ສ່ວນຕົວ ແລະ ລົດສອງລໍ້, ສາມລໍ້ ໂດຍສານ;

- A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ;

- B: ລົດເບົາ ນ້ຳໜັກ​ລວມ ຕໍ່າກວ່າ 3.500 ກິໂລກຣາມ, ​ບໍ່​ເກີນ ​​ເກົ້າ ບ່ອນນັ່ງ ລວມທັງ​ຜູ້ຂັບ​ຂີ່;

- C: ລົດຂົນສົ່ງສິນ​ຄ້າ ນ້ຳໜັກ​ລວມ ​ແຕ່ 3.500 ກິໂລກຣາມ ຫາ 7.500 ກິໂລກຣາມ;

- C1: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ;

- C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ;

- D: ລົດຂົນສົ່ງໂດຍສານ ​​ປະ​ເພດ 4 ລໍ້ ຂຶ້ນ​ໄປ, ບໍ່ເກີນ ສິບ​ຫ້າ ບ່ອນນັ່ງ;

- D1: ລົດຂົນສົ່ງ​ໂດຍສານ​ ແຕ່ ສິບ​ຫົກ ຫາ ສາມ​ສິບ​ຫ້າ ບ່ອນນັ່ງ;

- D2: ລົດ​ຂົນສົ່ງໂດຍສານ​ ແຕ່ ສາມ​ສິບ​ຫົກ ບ່ອນນັ່ງຂຶ້ນໄປ;

- E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່​ແກ່​ຫາງລາກ ນ້ຳໜັກ​ລວມ ບໍ່​ເກີນ 750 ກິໂລກຣາມ;

- E1: ລົດຂົນສົ່ງສິນຄ້າ (C2) ​ແກ່ຫາງລາກ ນ້ຳໜັກລວມ​ ເກີນກວ່າ 750 ກິໂລ ກຣາມ.

ມາດຕາ 17 (ປັບປຸງ) ໃບຂັບຂີ່ຕ່າງປະເທດ

ໃບຂັບຂີ່ຕ່າງປະເທດ ແມ່ນ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງປະ ເທດ.

ສປປ ລາວ ຮັບຮູ້ໃບຂັບຂີ່ຕ່າງປະເທດຂອງ ບຸກຄົນ ທີ່ມີໃບຂັບຂີ່ສາກົນ ຫຼື ມີໃບຂັບ ຂີ່ຂອງ ປະເທດທີ່ມີການຮັບຮູ້ ຊຶ່ງກັນ ແລະ ກັນ.

ມາດຕາ 18 (ປັບປຸງ) ການ​ຂັບ​ຂີ່ ແລະ ການ​ບັນທຸກ

ການ​ຂັບ​ຂີ່ ແລະ ການບັນທຸກ ຂອງລົດຂົນສົ່ງຄົນ ແລະ ຜູ້ໂດຍສານ ໃຫ້ປະຕິບັດ ດັ່ງນີ້:​

- ລົດຖີບ ໃຫ້ຊ້ອນໄດ້ ໜຶ່ງ​ຄົນ;

- ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນ​ໄດ້​ໜຶ່ງ​ຄົນ ແລະ ເດັກນ້ອຍອາຍຸ​ບໍ່​ເກີນ​ ສິບເອັດ ​ປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນ ຕ້ອງໃສ່ໝວກກັນກະທົບ ທີ່ໄດ້ມາດຕະຖານ;

- ລົດ​ຖີບສາມ​ລໍ້, ລົດຈັກສາມ​ລໍ້​​ຕິດ​ຂ້າງ ໃຫ້​ຂີ່​ໄດ້​ສາມ​ຄົນລວມທັງຜູ້ຂັບຂີ່;

- ລົດ​ສາມ​ລໍ້​ຊະນິດ​ຈຳ​ໂບ້ ​ໃຫ້​ຂີ່ໄດ້ ​ບໍ່​ເກີນ​ ຫ້າ​ຄົນ ຫຼື ບັນທຸກ​ສິນຄ້າ​, ເຄື່ອງ​ຂອງ​ບໍ່​ເກີນ 300 ​ກິ​ໂລກຣາມ; ລົດ​ສາມ​ລໍ້​ຊະນິດ​ຕຸກໆ, ສະກາຍ​ແລັບ ອະນຸຍາດ​ໃຫ້​ຂີ່ໄດ້ ​ບໍ່​ເກີນ​ເກົ້າ​ຄົນ ຫຼື ບັນທຸກສິນຄ້າ, ​ເຄື່ອງ​ຂອງ​ບໍ່​ເກີນ 550 ​ກິ​ໂລກຣາມ;

- ລົດ​ເກງ, ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານ ຂອງໂຮງງານ ຜະລິດ.

ຜູ້​ຂັບ​ຂີ່ ລົດ​ສີ່​ລໍ້​ຂຶ້ນ​ໄປ ລວມທັງ ຜູ້ນັ່ງທາງໜ້າ ຕ້ອງ​ໃສ່​ສາຍ​ຮັດ​ນິລະ​ໄພ, ​ເດັກນ້ອຍ ​ທີ່​ບໍ່ສາມາດ ​ໃສ່​ສາຍຮັດ​ນິລະ​ໄພ​ປົກກະຕິ​ໄດ້ ​ໃຫ້​ນຳໃຊ້​ເບາະ​ນັ່ງສະ​ເພາະ.

ມາດຕາ 19 (ໃໝ່) ຂໍ້​ຈໍາ​ກັດ​ ຄວາມ​ໄວ ແລະ ໄລຍະຫ່າງລະຫວ່າງລົດ

ຄວາມ​ໄວ​ສູງ​ສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນຕາມເສັ້ນທາງໃນ ສປປ ລາວ ໄດ້ ກຳນົດໄວ້ ດັ່ງນີ້:

- ​ບໍ່ໃຫ້ເກີນ ສີ່ສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນໜາ​ແໜ້ນຕາມເສັ້ນ ທາງໃນຕົວເມືອງ, ເທດສະບານ, ​ເຂດ​ຊຸມ​ຊົນ;

- ບໍ່ໃຫ້ເກີນ ເກົ້າສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນ ຂອງລົດເບົາທຸກ ປະເພດ ແລະ ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ;

- ບໍ່ໃຫ້ເກີນ ເຈັດສິບ ກິໂລແມັດ ຕໍ່ຊົ່ວໂມງ ສຳລັບລົດບັນທຸກສິນຄ້າ, ລົດໂດຍສານ ແລະ ລົດຈັກ ບໍ່ເກີນ 125 cc ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ.

ນອກຈາກ​ນີ້ ຄວາມໄວສູງສຸດທີ່ອະນຸຍາດໃຫ້ແລ່ນໃນແຕ່ລະຕອນທາງ ແມ່ນໃຫ້ປະຕິບັດ ຕາມປ້າຍ​ກໍານົດຄວາມ​ໄວ​.

ເມື່ອລົດສອງຄັນແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫຼັງ ຕ້ອງຮັກສາໄລ ຍະຫ່າງທີ່ເໝາະສົມ ກັບສະພາບເສັ້ນທາງ, ດິນຟ້າອາກາດ, ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອຮັບປະກັນຄວາມປອດໄພ ໃນກໍລະນີ ລົດຄັນແລ່ນທາງໜ້າ ຢຸດກະທັນຫັນ.

ລົດທີ່ແລ່ນເປັນຂະບວນແຕ່ສອງຂະບວນຂຶ້ນໄປ ຕ້ອງຮັກສາໄລຍະຫ່າງ ລະຫວ່າງຂະ ບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ.

ຄວາມ​ໄວສູງສຸດທີ່​ໄດ້​ກຳນົດ​ໄວ້​ໃນ​ມາດຕາ​ນີ້ ບໍ່​ກວມ​ເອົາ​ຄວາມ​ໄວ​ຂອງ​ລົດສັນຈອນພິເສດ ແລະ ລົດທີ່​​ປະຕິບັດ​ວຽກ​ງານ ໃນກໍລະນີເກີດເຫດ​ສຸກ​ເສີນ ​ເຊັ່ນ ອຸບປະຕິເຫດ, ຄົນເຈັບ, ​ໄຟ​ໄໝ້, ນ້ຳ​ຖ້ວມ ແລະ ​ເຫດ​ສຸກເສີນອື່ນ.

ມາດຕາ 20 (ໃໝ່) ທາດ​ເຫຼົ້າ​ໃນ​ຮ່າງກາຍ​ຂອງຜູ້​ຂັບ​ຂີ່

ຄວາມ​ເຂັ້ມ​ຂຸ້ນ​ຂອງ​ທາດ​ເຫຼົ້າ​ໃນຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດ ທີ່ອະນຸ ຍາດສູງສຸດບໍ່ໃຫ້ເກີນ ດັ່ງນີ້:

1. ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ທຸກຊະນິດ

- ໃນລົມຫາຍໃຈ: 0,24 ມີລີກຣາມ ຕໍ່ ລິດ (BrAC);

- ໃນເລືອດ: 50 ມີລີກຣາມ ຕໍ່ 100 ມີລີລິດ (BAC);

- ໃນປັດສະວະ: 66,5 ມີລີກຣາມ ຕໍ່ 100 ມີລີລິດ (Urine).

2. ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ

- ໃນລົມຫາຍໃຈ: 0 ມີລີກຣາມ ຕໍ່ ລິດ (BrAC);

- ໃນເລືອດ: 0 ມີລີກຣາມ ຕໍ່ 100 ມີລີລິດ (BAC);

- ໃນປັດສະວະ: 0 ມີລີກຣາມ ຕໍ່ 100 ມີລີລິດ (Urine).

3. ສໍາລັບຜູ້ຂັບຂີ່ລົດຈັກສອງລໍ້ ແລະ ສາມລໍ້

- ໃນລົມຫາຍໃຈ: 0,14 ມີລີກຣາມ ຕໍ່ ລິດ (BrAC);

- ໃນເລືອດ: 30 ມີລີກຣາມ ຕໍ່ 100 ມີລີລິດ (BAC);

- ໃນປັດສະວະ: 39,9 ມີລີກຣາມ ຕໍ່ 100 ມີລີລິດ (Urine).

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກວດກາຄວາມເຂັ້ມ​ຂຸ້ນ​ ຂອງ​ທາດ​ເຫຼົ້າ​ໃນລົມຫາຍໃຈຂອງຜູ້ຂັບຂີ່.

ໃນກໍລະນີ ເກີດອຸບປະຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ, ເສັຍຊີວິດ, ຊັບສິນເສັຍຫາຍນັ້ນ ແພດ ມີໜ້າທີ່ກວດຫາຄວາມເຂັ້ມ​ຂຸ້ນ​ຂອງ​ທາດ​ເຫຼົ້າ​ໃນ​ເລືອດ ແລະ ປັດສະວະ ຂອງຜູ້ຂັບຂີ່ ແລະ ຂອງຄູ່ກໍລະນີທີ່ເກີດອຸບປະຕິເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ.


ໝວດ​ທີ 3
ລະບົບສັນຍານ​​ຈະລາຈອນ



ມາດຕາ 21 (ໃໝ່) ລະບົບສັນຍານ​​ຈະລາຈອນ

ລະບົບສັນຍານ​​ຈະລາຈອນ ປະກອບ​ດ້ວຍ:

- ປ້າຍຈະລາຈອນ;

- ສັນຍານ​ຈະລາຈອນ;

- ເຄື່ອງໝາຍ​​ຈະລາຈອນ.

ລະ​ບົບ​ສັນຍານ​ຈະລາຈອນ ຕ້ອງ​​ເປັນ​​ລະບົບ​ດຽວ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຜູ້​ຂັບ​ຂີ່​ ຕ້ອງ​ປະຕິບັດ​ຕາມ​ລະບົບ​ສັນຍານ​​ຈະລາຈອນ​ຢ່າງ​ເຂັ້ມ​ງວດ.

ມາດ​ຕາ 22 (ໃໝ່) ປ້າຍຈະລາຈອນ

ປ້າຍຈະລາຈອນ ແມ່ນ ເຄື່ອງໝາຍຊີ້ບອກໃຫ້ປະຕິບັດກົດຈະລາຈອນ ຕາມເສັ້ນທາງ ຊຶ່ງປະກອບດ້ວຍໝວດປ້າຍຕ່າງໆ ​ດັ່ງ​ນີ້:

- ປ້າຍ​​ເຕືອນອັນຕະລາຍ;

- ປ້າຍ​ຫ້າມ;

- ປ້າຍກຳນົດ;

- ປ້າຍ​ບອກ​ສິດ;

- ປ້າຍ​ແນະນໍາ​ເສັ້ນທາງ;

- ປ້າຍ​ບອກ​ສະຖານ​ທີ່​ບໍລິການ;

- ປ້າຍ​ເພີ່ມ.

ຄວາມໝາຍ ແລະ ຮູບແບບຂອງແຕ່ລະໝວດປ້າຍ ໄດ້ກໍານົດໄວ້ໃນກົດຈະລາຈອນ.

ມາດຕາ 23 (ໃໝ່) ​ສັນຍານ​ຈະລາຈອນ

ສັນຍານຈະລາຈອນ ແມ່ນ ການຊີ້ບອກການສັນຈອນ ຕາມເສັ້ນທາງ ດ້ວຍແສງໄຟ, ສີ, ສຽງ, ຄົນ ແລະ ຫຸ່ນຈຳລອງ.

ສັນຍານ​ດ້ວຍ​ແສງ​ໄຟ ປະກອບດ້ວຍ ສາມ ສີ ດັ່ງນີ້:

- ໄຟສີ​ແດງ ແມ່ນ ຫ້າມສັນຈອນ;

- ໄຟສີ​ເຫລືອງ ​ແມ່ນ ໃຫ້ລະວັງ, ກຽມ​ຢຸດ;

- ໄຟສີຂຽວ ​ ແມ່ນ ໃຫ້ສັນຈອນໄດ້.

ມາດຕາ 24 (ໃໝ່) ເຄື່ອງໝາຍ​ຈະລາຈອນ

ເຄື່ອງໝາຍ​ຈະລາຈອນ ປະກອບດ້ວຍ ເຄື່ອງໝາຍ​ທີ່​ຕິດ​ຕັ້ງ, ຂີດ, ຂຽນ, ​ແຕ້ມ​ໄວ້​ຕາມ ໜ້າທາງ​, ບ່າ​ທາງ, ​ແຄມ​ທາງ, ​ເທິງ​ທາງ, ຫຼັກໝາຍ, ຮາວປ້ອງກັນຄວາມປອດໄພ, ລູກສອນຊີ້ບອກ ທິດທາງ, ​ເສັ້ນ​ແບ່ງ​ທິດ​ທາງ​ການ​ສັນຈອນ, ​ເສັ້ນ​ໃຈກາງ​ທາງ, ​ເສັ້ນ​ແບ່ງ​ຊ່ອງ​ຈະລາຈອນ, ​ເສັ້ນ​ທາງ ມ້າລາຍ ​ແລະ ອື່ນໆ ​ເພື່ອ​ເຕືອນ ​ແລະ ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຈະລາຈອນ.

ມາດຕາ 25 (ໃໝ່) ການ​ຕິດ​ຕັ້ງ ລະບົບ​ສັນຍານ​ຈະລາຈອນ

ປ້າຍ​,​ ເຄື່ອງໝາຍ​ຈະລາຈອນ, ເຄື່ອງສັນຍານ​ຈະລາຈອນ ຕ້ອງ​ມີຄຸນນະພາບ ຕາມມາດ ຕະຖານເຕັກນິກ ແລະ ຕ້ອງໄດ້ຮັບການຕິດຕັ້ງຢ່າງຖືກຕ້ອງຕາມລະບຽບການ ຂອງກະຊວງໂຍທາທິ ການ ແລະ ຂົນສົ່ງ, ສ່ວນການສັນຍານຈະລາຈອນດ້ວຍຄົນ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງປ້ອງກັນຄວາມສະຫງົບ. ​

ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ມີສິດຕິດຕັ້ງ, ຄຸ້ມຄອງລະບົບສັນຍານຈະ ລາຈອນ ຖາວອນ.

ສໍາລັບ ຕໍາຫຼວດຈະລາຈອນ ຫຼື ຕໍາຫຼວດທາງຫຼວງ ມີສິດຕິດຕັ້ງ ແລະ ຄຸ້ມຄອງລະບົບ ສັນຍານຈະລາຈອນ ຊົ່ວຄາວ.


ໝວດທີ 4

ການຄວບຄຸມການຈະລາຈອນທາງບົກ


ມາດຕາ 26 (ປັບປຸງ) ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ປະກອບດ້ວຍ:

1. ຕຳຫຼວດຈະລາຈອນ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດ ກາ ການຈະລາຈອນໃນຕົວເມືອງ;

2. ຕໍາຫຼວດທາງຫຼວງ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດກາ ການຈະລາຈອນນອກຕົວເມືອງ;

3. ​ເຈົ້າໜ້າ​ທີ່​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຊຶ່ງ​ມີໜ້າ​ທີ່​ກວດກາ​ເຕັກນິກ​ການ​ຂົນ​ສົ່ງ, ​ມາດຕະຖານເຕັກນິກຂອງຍານພາຫະນະ​ຂົນ​ສົ່ງທຸກ​ປະ​ເພດ, ​ກິດຈະການຂົນ​ສົ່ງຕາມ​​ເສັ້ນທາງຫຼວງ ​ແລະ ​ພື້ນຖານ​ໂຄງ​ລ່າງ​ດ້ານການ​ຂົນ​ສົ່ງ;

4. ​​ຜູ້ຮັບມອບໝາຍຈາກທາງການ.

ເຈົ້າໜ້າທີ່​ຄວບຄຸມການຈະລາຈອນທາງບົກ ຕ້ອງມີເຄື່ອງແບບ ແລະ ເຄື່ອງໝາຍ. ລັດ ປະກອບຍານພາຫະນະ ແລະ ອຸປະກອນວິຊາສະເພາະ ທີ່ຈຳເປັນ ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ດັ່ງກ່າວ.

ມາດຕາ 27 (ປັບປຸງ) ການປະຕິບັດໜ້າ​ທີ່ ຂອງ ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການ​ຈະລາຈອນ​ທາງບົກ

ໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງນຸ່ງເຄື່ອງ ແບບ, ຕິດເຄື່ອງໝາຍ, ປ້າຍຊື່ ແລະ ປະຕິບັດຕາມລະບຽບການຂອງກະຊວງປ້ອງກັນຄວາມສະ ຫງົບ, ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຢ່າງເຂັ້ມງວດ. ໃນການ​ປະຕິບັດໜ້າທີ່ກວດກາແຕ່ລະຄັ້ງ ຕ້ອງມີເຈົ້າໜ້າທີ່ ຢ່າງໜ້ອຍ ສາມ ຄົນ.

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງແກ້ໄຂຢ່າງທັນການ ໃນກໍລະນີ ມີອຸບ ປະຕິເຫດເກີດຂຶ້ນ, ມີສິ່ງກີດຂວາງ, ມີການສັນຈອນສັບສົນ ຫຼື ມີການສັນຈອນພິເສດ.

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດເໜືອກວ່າລະບົບສັນຍານຈະລາຈອນ.

ມາດຕາ 28 (ປັບປຸງ) ສິດ ​ແລະ ໜ້າທີ່ ​ຂອງ​ຕໍາຫຼວດ​ຈະລາຈອນ ແລະ ຕໍາຫຼວດທາງຫຼວງ

​ ຕຳຫຼວດ​ຈະລາຈອນ ​ແລະ ຕໍາຫຼວດ​ທາງ​ຫຼວງ ມີ​ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

1. ອຳນວຍ​ຄວາມ​ສະດວກ, ຄວບ​ຄຸມ​ການ​ຈະລາຈອນ ແລະ ກວດກາ​ການເຄົາລົບ ລະບຽບ​ກົດໝາຍ ກ່ຽວກັບການ​ຈະລາຈອນ​ທາງບົກ ​ແລະ ລະບຽບກົດໝາຍອື່ນ​ທີ່​ກ່ຽວຂ້ອງ;

2. ກວດກາສະພາບຂອງ​ຜູ້ຂັບຂີ່, ເອກະສານຂອງຜູ້ຂັບຂີ່ ແລະ ເອກະສານຂອງ ຍານພາຫະນະ,​ ​ກວດກາທາດ​ເຫຼົ້າ​ໃນລົມຫາຍໃຈ​ຂອງ​ຜູ້​ຂັບ​ຂີ່ ​ແລະ ຄວາມ​ໄວ​ ​ຂອງ​ຍານພາຫະນະ​ທຸກ​ຊະນິດ;

3. ສຶກສາ​ອົບຮົມ, ປັບ​ໃໝ​ ຫຼື ດໍາເນີນຄະດີ ຕໍ່ຜູ້​ລະເມີດຕາມລະບຽບກົດໝາຍ; ​​

4. ກັກຕົວຜູ້ລະເມີດ ພ້ອມທັງຍານພາຫະນະ​ ທີ່​ກໍ່​ໃຫ້​ເກີດອຸບປະຕິ​ເຫດ ແລ້ວ​ພາ ໃຫ້ຄົນ​ເສັຍ​ຊີວິດ, ບາດເຈັບສາຫັດ ຫຼື ເກີດອຸບປະຕິເຫດແລ້ວ ເອົາຕົວຫຼົບໜີ;

5. ກັກຍານພາຫະນະ ທີ່ບໍ່ມີການປະກັນໄພ ໃນກໍລະນີເກີດອຸບປະຕິເຫດ ທີ່ພາໃຫ້ ມີຄົນບາດ​ເຈັບ​ ແລະ ຄູ່ກໍລະນີ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍ;

6. ຍົກ, ລັອກລໍ້ ຍານພາຫະນະ ທີ່ຈອດບໍ່ຖືກຕ້ອງ ແລະ ກີດຂວາງການຈະລາ ຈອນ;

7. ກວດ ຄວັນດຳ, ຄວັນຂາວ, ສຽງດັງ ຂອງຍານພາຫະນະ;

8. ປົກ​ປັກ​ຮັກສາ​ຍານພາຫະນະທີ່ຖືກກັກ ພ້ອມ​ດ້ວຍອຸບປະກອນໃຫ້ດີ​;

9. ເກັບກໍາຂໍ້ມູນ, ຕິດຕາມຜູ້ລະເມີດກົດຈະລາຈອນ ຕາມ​ເສັ້ນທາງ ແລະ ​ແຈ້ງ​ເຫດ ການ​ໃຫ້​ເຈົ້າ​ໜ້າ​ທີ່ໜ່ວຍປະຕິບັດ​ການ;

10. ລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວໃຫ້ລະ ອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ ແລະ ພະຍານທີ່ຢູ່ໃນເຫດການ ຢ່າງທັນການ;

11. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມລະບຽບກົດໝາຍ.

ສໍາລັບ ຕໍາຫຼວດທາງຫຼວງ ຍັງມີສິດ ​ແລະ ໜ້າ​ທີ່​ໃຫ້​ຄວາມ​ຮ່ວມມື​​, ປະສານສົມທົບກັບ​ເຈົ້າ​ໜ້າ​ທີ່​​ໂຍທາ​ທິການ ​ແລະຂົນ​ສົ່ງ​ ​ໃນ​ການກວດກາ​ການ​ຂົນ​ສົ່ງ​ທາງບົກຕາມ​​ເສັ້ນທາງ​ຫຼວງ​ອີກດ້ວຍ.

ມາດຕາ 29 (ປັບປຸງ) ສິດ ແລະ ໜ້າທີ່ ​ຂອງ​ເຈົ້າ​ໜ້າ​ທີ່​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ

​ ເຈົ້າ​ໜ້າ​ທີ່​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ ມີ​ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

1. ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດກາການດໍາເນີນທຸລະກິດຂົນ​ສົ່ງ​ທາງບົກ, ກວດກາສະພາບ​ເຕັກນິກ​ລົດ, ​ກວດກາ​​ການ​ບັນທຸກ​ ຂອງລົດຂົນສົ່ງທຸກປະເພດ, ຜູ້ຂັບ​ຂີ່ ແລະ ພະນັກງານ​ປະຈຳ ຂອງຍານພາຫະນະ​ຂົນ​ສົ່ງຮັບຈ້າງ ແລະ ​ຂົນ​ສົ່ງສະ​ເພາະ​;

2. ຮ່ວມມື, ປະສານ​ສົມທົບ ກັບ​ຕຳຫຼວດ​ຈະລາຈອນ, ຕໍາຫຼວດ​ທາງ​ຫຼວງ ໃນ​ການ ອໍານວຍຄວາມສະດວກ, ​ຄວບ​ຄຸມ ແລະ ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ການ​ຈະລາຈອນ ຕາມເສັ້ນທາງ;

3. ກວດກາ​ ​ສິ່ງ​ອຳ​ນວ​ຍຄວາມ​ສະດວກ, ສິ່ງ​ກີດ​ຂວາງ​ການ​ຈະລາຈອນ ​ແລະ ສະ ພາບຂອງ​ເສັ້ນ​ທາງ ຢ່າງ​ເປັນ​ປົກກະຕິ​ ເພື່ອປັບປຸງແກ້ໄຂ.

ມາດຕາ 30 (ໃໝ່) ຜູ້ຮັບມອບ​ໝາຍ​ຈາກ​ທາງ​ການ

ຜູ້ຮັບ​ມອບ​ໝາຍ​ຈາກ​ທາງ​ການ ແມ່ນ ບຸກຄົນ ຫຼື ອາສາສະໝັກ ທີ່ການຈັດຕັ້ງມອບໝາຍ ໃຫ້ຊ່ວຍຄວບຄຸມຄວາມເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນ ໃນເວລາສະເພາະໃດໜຶ່ງ.

ສິດ ແລະ ໜ້າທີ່ ຂອງຜູ້ຮັບມອບໝາຍຈາກທາງການ ໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

ມາດຕາ 31 (ປັບປຸງ) ການ​ກວດກາ ​ແລະ ການ​ແກ້​ໄຂ​ອຸບປະຕິ​ເຫດ​ທາງ​ຖະໜົນ

​​ເມື່ອໄດ້ຮັບແຈ້ງຄວາມວ່າມີອຸບປະຕິ​ເຫດ​ເກີດຂຶ້ນ ​ຕຳຫຼວດ​ຈະລາຈອນ ຫຼື ​ຕໍາຫຼວດ​ທາງ​ຫຼວງ ຕ້ອງ​ຮີບ​ຮ້ອນລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວ ໃຫ້ ລະອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ ແລະ ພະຍານ ທີ່ຢູ່ໃນເຫດການຢ່າງທັນການ ເພື່ອດໍາເນີນການແກ້ໄຂ ຕາມລະບຽບກົດໝາຍ ພ້ອມ ທັງຍົກຍ້າຍ ຍານພະຫະນະ ແລະ ສິ່ງກີດຂວາງອອກຈາກພື້ນທີ່ບ່ອນເກີດອຸບປະຕິເຫດຢ່າງຮີບ ດ່ວນ.


ໝວດທີ 5
ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ


ມາດຕາ 32 (ໃໝ່) ໂຄງການກໍ່ສ້າງເສັ້ນທາງ

ທຸກໂຄງການກໍ່ສ້າງເສັ້ນທາງ ຕ້ອງໄດ້ຜ່ານການກວດສອບຄວາມປອດໄພ ໃນການຈະລາ ຈອນ ຕາມ​ຂັ້ນ​ຕອນ ດັ່ງນີ້:

- ການສຶກສາຄວາມເປັນໄປໄດ້ຂອງໂຄງການ;

- ການອອກແບບເບຶ້ອງຕົ້ນ;

- ການອອກແບບກໍ່ສ້າງ;

- ໄລຍະການກໍ່ສ້າງ;

- ໄລຍະກ່ອນເປີດການນໍາໃຊ້;

- ໄລຍະການນໍາໃຊ້.

ແຕ່ລະຂັ້ນຕອນ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 33 (ໃໝ່) ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ

ໃນການກໍ່ສ້າງ ຫຼື ສ້ອມແປງເສັ້ນທາງ ຕ້ອງຮັບປະກັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ ດັ່ງນີ້:

- ຮັບປະກັນໃຫ້ການສັນຈອນມີຄວາມສະດວກ, ໂລ່ງລ່ຽນ ແລະ ເປັນລະບຽບຮຽບ ຮ້ອຍ;

- ຮັບປະກັນຄວາມປອດໄພ ດ້ວຍການຕິດຕັ້ງປ້າຍສັນຍານ, ເຄື່ອງໝາຍເຕືອນສະທ້ອນ ແສງທີ່ສາມາດແນມເຫັນໄດ້ຢ່າງສະດວກ ແລະ ຈະແຈ້ງໃນໄລຍະໄກ, ຕິດຕັ້ງໄຟແສງສະຫວ່າງ ແລະ ໄຟສັນຍານເຕືອນອັນຕະລາຍ ເມື່ອຍາມຄໍ່າ, ມືດ;

- ອໍານວຍຄວາມສະດວກໃຫ້ແກ່ຄົນພິການ, ຄົນເສັຍອົງຄະ ແລະ ຜູ້ບໍ່ສາມາດຊ່ວຍ ຕົນເອງໄດ້;

- ຮັບປະກັນໃຫ້ການກໍ່ສ້າງ ຫຼື ສ້ອມແປງ ສໍາເລັດຕາມແຜນການ, ວ່ອງໄວ, ທັນເວ ລາ ແລະ ມີຄຸນນະພາບສູງ.



ພາກ​ທີ III
ມາດຕະຖານເຕັກນິກ ແລະ ການ​ຄຸ້ມ​ຄອງ​ຍານ​ພາຫະ​ນະ

ໝວດ​ທີ 1
ມາດຕະຖານ​ເຕັກນິກ​ຂອງພາຫະນະ



ມາດຕາ 34 (ປັບປຸງ) ​ຊະນິດ​ພາຫະ​ນະ

ພາຫະນະ​ທີ່​ນຳ​ໃຊ້ ​ຢູ່ ສປປ ລາວ ມີ​ ສອງ​ຊະນິດ ຄື ຊະນິດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ​ແລະ ຊະນິດທີ່​ບໍ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ.

ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ປະກອບດ້ວຍ ລົດສອງລໍ້, ລົດສາມລໍ້, ລົດສີ່ລໍ້ ຂຶ້ນໄປ ລວມທັງພາຫະນະກົນຈັກໜັກທຸກປະເພດທີ່ຂັບເຄື່ອນດ້ວຍເຄື່ອງຈັກ.

ພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກ ປະກອບດ້ວຍ ລົດຖີບສອງລໍ້, ລົດຖີບສາມລໍ້, ກວຽນ, ລໍ້ ແລະ ອື່ນໆ ທີ່ລາກແກ່, ຊຸກ ຫຼື ຍູ້ ດ້ວຍຄົນ ຫຼື ສັດ.

ມາດຕາ 35 (ປັບປຸງ) ມາດຕະຖານ​ເຕັກ​ນິກ ຂອງຍານພາຫະ​ນະ

ຍານພາຫະນະ​ທຸກ​ຊະນິດ ທີ່​ນຳ​ເຂົ້າ, ຜະລິດ, ປະ​ກອບ ເພື່ອຂຶ້ນທະບຽນ ແລະ ນໍາໃຊ້ຢູ່ ສປປ ລາວ ຕ້ອງມີ​ໂຄງປະກອບສ້າງ ທີ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດທີ່​ໄດ້ມາດຕະ ຖານ​ສາກົນ, ມີຄຸນນະພາບທີ່ຖືກຕ້ອງຕາມມາດຕະຖານ ທີ່ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງກໍາ ນົດ, ສອດຄ່ອງກັບສົນທິສັນຍາ ແລະ ສັນຍາ​ສາກົນ ທີ່​ ສປປ ລາວ ເປັນ​ພາຄີ.

ສໍາລັບລົດຂົນສົ່ງທຸກປະເພດ ແຕ່ ສີ່ລໍ້ຂຶ້ນໄປ ຕ້ອງມີພວງມະໄລຊ້າຍ ຍົກເວັ້ນຍານພາ ຫະນະຂົນສົ່ງທີ່ດໍາເນີນທຸລະກິດການຂົນສົ່ງຂ້າມແດນທີ່ນໍາໃຊ້ການຈະລາຈອນກໍ້າຊ້າຍ ຊຶ່ງໄດ້ກໍານົດ ໄວ້ໃນວັກ​ສຸດ​ທ້າຍ​ຂອງມາດຕາ 15 ຂອງກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ.

ມາດຕາ 36 (ປັບປຸງ) ການ​ກວດກາ​ເຕັກນິກ​ຂອງຍານ​ພາຫະ​ນະ

ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງ ຕ້ອງໄດ້ຜ່ານການກວດກາເຕັກນິກ ຕາມກຳນົດເວລາຢ່າງເຂັ້ມງວດ ແລະ ໄດ້ຮັບໃບຢັ້ງຢືນການກວດກາ ຈາກສູນກວດກາເຕັກນິກ ທີ່ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮອງ.

ມາດຕາ 37 (ປັບປຸງ) ການສ້ອມແປງ​ຍານ​ພາຫະ​ນະ

ການ​ສ້ອມ​ແປງ​ຍານ​ພາຫະນະ ຕ້ອງບໍ່ກີດຂວາງການສັນຈອນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດ ລ້ອມ, ​ຮັບປະກັນຄວາມ​ປອດ​ໄພ ​ແລະ ຄວາມຖືກຕ້ອງ​ຕາມ​ມາດຕະຖານ​ເຕັກ​ນິກ ທີ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ວາງ​ອອກ.

ການສ້າງຕັ້ງຮ້ານສ້ອມແປງ ແລະ ອູ່ສ້ອມແປງ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ໝວດທີ 2

ການຄຸ້ມຄອງຍານພາຫະນະ


ມາດຕາ 38 (ໃໝ່) ລະບຽບການທົ່ວໄປ

ຜູ້ຂັບຂີ່ຍານພາຫະນະທຸກຊະນິດ​ທີ່​ສັນຈອນ​​ຕາມ​ເສັ້ນທາງ ຕ້ອງ​ປະຕິບັດ​ຕາມກົດຈະລາ ຈອນ ​ຢ່າງ​ເຂັ້ມ​ງວດ,​ ຕ້ອງ​ຕິດ​ປ້າຍ​ທະບຽນ, ມີ​ເອກະ​ສານ​ຄົບ​ຖ້ວນ ຕິດຕົວ​ໄປ​ນຳ ​ແລະ ຕ້ອງ​ມີ ການ​​ປະກັນ​ໄພ ຕາມ​ທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງ​ກົດໝາຍ​ສະບັບ​ນີ້. ສໍາລັບ​ລົດ​ໄຖ​, ລົດ​ຕ໋ອກໆນັ້ນ ຕ້ອງມີຫ້າມລໍ້, ​ໄຟ​ໜ້າ, ​ໄຟ​ທ້າຍ ​ແລະ ຕິ​ດແຜ່ນ​ສະທ້ອນ​ແສງ​ໃສ່​ທາງ​ດ້ານ​ຂ້າງ ​ແລະ ດ້ານ​ຫຼັງ.

ຜູ້ຂັບຂີ່ພາຫະນະທຸກ​ຊະນິດ ​ທີ່​ບໍ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ​ ທີ່ສັນຈອນຕາມ​ເສັ້ນທາງ​ ຕ້ອງ​ປະຕິ ບັດ​ຕາມ​ກົດ​​​ຈະລາຈອນ​ຢ່າງ​ເຂັ້ມ​ງວດ​ເຊັ່ນດຽວ​ກັນ. ສຳລັບ​ລົດຖີບ​ສອງ​ລໍ້, ສາມ​ລໍ້ ​ຕ້ອງ​ມີ​ຫ້າມ​ລໍ້, ​ໄຟ​​ໜ້າ, ​ໄຟ​ທ້າຍ ແລະ ​ຕິດ​ແຜ່ນ​ສະທ້ອນ​ແສງ​ໃສ່​ທາງ​ໜ້າ, ທາງ​ຫຼັງ ​ແລະ​ ທາງຂ້າງ.

ມາດຕາ 39 (ປັບປຸງ) ການ​ຂຶ້ນ​ທະບຽນ​ຍານ​ພາຫະນະ​ຂອງພົນລະ​ເຮືອນ

ຍານພາຫະນະ​ຂອງ​ພົນລະ​ເຮືອນ​ທຸກ​ຊະນິດ ລວມທັງເຄິ່ງຫາງ​ລາກ, ຫາງລາກ ​ແລະ ຍານພາຫະນະ​ກົນ​ຈັກ​ໜັກ ເປັນຕົ້ນ ລົດດຸດ, ລົດ​ຈົກ, ລົດ​ກວາດ, ລົດ​ໂລ, ລົດຍົກ ​ຕ້ອງ​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.

ຍານພາຫະນະທີ່ຂາຍອອກຈາກຮ້ານ ຕ້ອງຕິດປ້າຍຕາມລະບຽບການ ເພື່ອຄວາມສະ ດວກໃນການກວດກາຂອງເຈົ້າໜ້າທີ່ທີ່​ກ່ຽວຂ້ອງ ແລະ ຜູ້ຂາຍ ຕ້ອງຮັບຜິດຊອບຂຶ້ນທະບຽນໃຫ້ແກ່ ລູກຄ້າ.

ມາດຕາ 40 (ປັບປຸງ) ການ​ຂຶ້ນ​ທະບຽນ​ຍານ​ພາຫະນະຂອງກໍາລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ

ຍານພາຫະນະ​ ທີ່​ນໍາ​ໃຊ້ເຂົ້າໃນ​ວຽກງານວິຊາສະເພາະ ແລະ ວຽກ​ງານ​ບໍລິຫານຂອງ ກໍາລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມສະຫງົບ​ ໃຫ້​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍທະບຽນນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫຼື ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ.

ຍານ​ພາ​ຫະນະ ຂອງບຸກຄົນທີ່ສັງກັດຢູ່ ກໍາລັງ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະຫງົບ ຕ້ອງ​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍ​ທະບຽນ​ຕາມ​ລະບຽບການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.

ມາດຕາ 41 (ປັບປຸງ) ການ​ເຄື່ອນ​ຍ້າຍ​ຍານ​ພາຫະນະ​ກົນ​ຈັກໜັກ

ການ​ເຄື່ອນຍ້າຍຍານພາຫະນະ​ກົນ​ຈັກ​ໜັກຕາມເສັ້ນທາງຫຼວງ ຕ້ອງນໍາໃຊ້​ຍານພາຫະນະ​ບັນ ທຸກ ທີ່​ຖືກຕ້ອງຕາ​ມມາດຕະຖານ​ເຕັກນິກ; ຖ້າຫາກມີ​ສ່ວນ​ທີ່​ລື່ນ​ອອກ​ຈາກ​​ລົດລາກ​ແກ່ ​ໃຫ້​ຕິດ​ເຄື່ອງ ໝາຍ, ສັນຍາ​ລັກ​ເຕືອນ​ອັນຕະລາຍ ຕາມລະບຽບການ ​ແລະ ​ຕ້ອງ​ໄດ້​ຮັບ​ອະນຸຍາດ ຕາມ​ທີ່​ໄດ້​ກໍາ ນົດ​ໄວ້​ໃນ​ມາດຕາ 39 ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງບົກ.

ມາດຕາ 42 (ໃໝ່) ການ​ປະກັນ​ໄພ​ຍານ​ພາຫະນະ

ຍານພາຫະນະ​ທຸກຊະນິດ​ ຕ້ອງມີການປະກັນໄພ ຕາມລະບຽບກົດໝາຍ ກ່ຽວກັບການປະ ກັນໄພ.



ພາກ​ທີ IV
ທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ


ມາດຕາ 43 (ໃໝ່) ປະ​ເພດທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ

ທຸລະກິດກ່ຽວກັບ ການຈະລາຈອນທາງບົກ ມີ ປະເພດຕ່າງໆ ດັ່ງນີ້:

1. ກວດກາເຕັກນິກຍານພາຫະນະ;

2. ສອນຂັບລົດ, ຝຶກແອບການຂັບຂີ່ລົດ;

3. ຜະລິດ, ຕິດຕັ້ງ, ສ້ອມແປງປ້າຍ, ໄຟສັນຍານ, ເຄື່ອງໝາຍຈະລາຈອນ;

4. ບໍລິການສ້ອມແປງລົດ;

5. ບໍລິການບ່ອນຈອດລົດ;

6. ບໍລິການ ລາກລົດ.

ມາດຕາ 44 (ໃໝ່) ການສ້າງຕັ້ງ ວິສາຫະກິດ ກ່ຽວກັບ ການຈະລາຈອນທາງບົກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງສ້າງ ຕັ້ງວິສາຫະກິດກ່ຽວກັບການຈະລາຈອນທາງບົກ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຕ້ອງມີ ເງື່ອນໄຂ ຕົ້ນຕໍ ດັ່ງນີ້:

- ມີບົດວິພາກເສດຖະກິດ-ເຕັກນິກ;

- ມີນັກວິຊາການ ທີ່ມີປະສົບການໃນການດຳເນີນທຸລະກິດ;

- ມີນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການທາງດ້ານວິຊາສະ ເພາະເຕັກນິກ ກ່ຽວກັບການຈະລາຈອນທາງບົກ ໃນຈຳນວນທີ່ເໝາະສົມກັບຂະໜາດ ແລະ ປະເພດ ຂອງກິດຈະການ;

- ມີທຶນ, ຍານພາຫະນະ, ກົນຈັກ, ອຸປະກອນພຽງພໍ ແລະ ເໝາະສົມກັບຂະໜາດ ແລະ ປະເພດຂອງກິດຈະການ;

- ໃບຢັ້ງຢືນ ທີ່ຕັ້ງສຳນັກງານ;

- ໃບຢັ້ງຢືນ ຖານະການເງິນຈາກທະນາຄານ;

- ມີຈັນຍາບັນວິຊາຊີບ ກ່ຽວກັບການຈະລາຈອນທາງບົກ.

ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກວດ​ຜ່ານ​ເງື່ອນ​ໄຂ​ດັ່ງກ່າວ​ ແລະ ມີ​ຄໍາ​ເຫັນກ່ອນ​ການ​ຂຶ້ນ​ທະບຽນ​ວິ​ສາ​ຫະກິດ.



ພາກທີ V
ສະມາຄົມ ແລະ ມູນນິທິ ​ກ່ຽວ​ກັບການຈະລາຈອນ​ທາງບົກ

ໝວດທີ 1
ສະມາຄົມຜູ້​ສະ​ໜັບ​ສະ​ໜູນຄວາມປອດໄພທາງຖະໜົນ



ມາດຕາ 45 (ໃໝ່) ທີ່​ຕັ້ງ ຂອງສະມາຄົມຜູ້​ສະ​ໜັບ​ສະ​ໜູນຄວາມປອດໄພທາງຖະໜົນ

ສະມາຄົມຜູ້​ສະ​ໜັບ​ສະ​ໜູນຄວາມປອດໄພທາງຖະໜົນ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງ ທີ່​ຂຶ້ນ​ກັບ​ຂະແໜງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ສ້າງ​ຕັ້ງ​ຂຶ້ນຕາມລະບຽບກົດໝາຍ, ເປັນບ່ອນ ເຕົ້າໂຮມ ຜູ້ດໍາເນີນທຸລະກິດ ກ່ຽວ​ກັບການ​ຈະລາຈອນທາງບົກ ​ແລະ ທຸກ​ພາກສ່ວນ​ຂອງ​ສັງຄົມ ເພື່ອ​ປະກອບສ່ວນ​ເຂົ້າໃນການພັດທະນາວຽກງານຈະລາຈອນທາງບົກ ໃຫ້ມີປະສິດທິຜົນ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ

ມາດຕາ 46 (ໃໝ່) ​ພາລະ​ບົດບາດຂອງ​ສະມາຄົມ

ສະມາຄົມຜູ້​ສະ​ໜັບ​ສະ​ໜູນຄວາມປອດໄພທາງຖະໜົນ ມີ​ພາລະ​ບົດບາດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ສະຕິ​ປັນຍາ ​ຂອງ​ນັກວິຊາການ, ຜູ້ດຳ​ເນີນ​ທຸລະ​ກິດ​ກ່ຽວກັບການຈະລາຈອນທາງບົກ ​ແລະ ທຸກ​ພາກສ່ວນຂອງ​ສັງຄົມ, ເຄື່ອນໄຫວ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ, ກົດລະບຽບ ແລະ ຈັນຍາບັນຂອງຕົນ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວິຊາຊີບຂອງ​ຕົນ ປະກອບສ່ວນເຂົ້າໃນ ການສ້າງຄຸນປະໂຫຍດ ໃຫ້ແກ່ສັງຄົມ ແລະ ການສ້າງສາພັດທະນາປະເທດຊາດ.

ມາດຕາ 47 (ໃໝ່) ສິດ ແລະ ໜ້າທີ່ຂອງສະມາຄົມ

ສະມາຄົມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ສ້າງກົດລະບຽບ, ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ, ໂຄສະນາ, ເຜີຍແຜ່ ນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະກອບສ່ວນເຂົ້າໃນ ການພັດທະນາການຈະລາຈອນທາງບົກ;

2. ຊ່ວຍເຫລືອ, ສ້າງ, ສົ່ງເສີມສະມາຊິກຂອງຕົນ ແລະ ແກ້ໄຂຄໍາສະເໜີຂອງສະ ມາຊິກ ໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບວິຊາຊີບ ໃຫ້ມີຄວາມກ້າວໜ້າ ແລະ ມີ ປະສິດທິຜົນ;

3. ຄຸ້ມຄອງ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກ ບົນພື້ນ ຖານນະໂຍບາຍ ແລະ ລະບຽບກົດໝາຍ;

4. ສະ​ເໜີ​ໃຫ້​ມີການນໍາໃຊ້ວິທະຍາສາດເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ກ່ຽວກັບ ການຈະລາຈອນທາງບົກ;

5. ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບການຈະລາຈອນທາງບົກ ເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດຂອງສະມາຊິກ;

6. ລະດົມ​ທຶນ​ຈາກທຸກ​ພາກສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ເຂົ້າ​ໃນ​ວຽກ​ງານ​ຈະ ລາຈອນທາງບົກ;

7. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນສະມາຄົມ ແລະ ບັນດານັກວິຊາ ການດ້ວຍກັນ ແລະ ພົວພັນ ຮ່ວມມືກັບສະມາຄົມອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕາມການ ມອບໝາຍ;

8. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້​ຂະ​ແໜງ​ການ​ໂຍ ທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ຂະ​ແໜງ​ການ​ອື່ນ​ທີ່​ກ່ຽວຂ້ອງ ຢ່າງ​ເປັນ​ປົກກະຕິ;

9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.




ໝວດທີ 2
ມູນນິທິກ່ຽວກັບການຈະລາຈອນທາງບົກ



ມາດຕາ 48 (ໃໝ່) ມູນນິທິ

ມູນນິທິກ່ຽວກັບການຈະລາຈອນທາງບົກ ​ແມ່ນ​ ອົງການ​ຈັດ​ຕັ້ງ​ສັງຄົມ​ໜຶ່ງ​ ທີ່ບໍ່ຫວັງຜົນ ກໍາໄລ, ສ້າງຕັ້ງ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍ ແລະ ກົດລະບຽບຂອງຕົນ ເພື່ອຊ່ວຍເຫຼືອ, ກອບກູ້ຜູ້ຖືກເຄາະຮ້າຍ ຈາກອຸບປະຕິເຫດທາງຖະໜົນ ປະກອບສ່ວນເຂົ້າໃນວຽກງານຄວາມປອດ ໄພທາງຖະໜົນ.

ມາດຕາ 49 (ໃໝ່) ສິດ ແລະ ໜ້າທີ່ ຂອງມູນນິທິ

ມູນ​ນິທິ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

1. ຊ່ວຍເຫຼືອ ແລະ ກອບ​ກູ້​ຜູ້ຖືກເຄາະຮ້າຍຈາກອຸບປະຕິ​ເຫດ ທາງ​ຖະໜົນ;

2. ລະດົມ, ຂົນຂວາຍ ແລະ ຮັບການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ, ທຶນ, ວັດຖູປະກອນ ແລະ ພາຫະນະ ຈາກສັງຄົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ;

3. ນຳ​ໃຊ້​ຍານພາຫະນະ, ອຸປະກອນ​ ວິຊາສະເພາະ ທີ່ເໝາະສົມ ໃນການປະຕິບັດ ໜ້າທີ່ ຂອງຕົນ;

4. ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊ່ວຍເຫຼືອ ແລະ ກອບ​ກູ້​ຜູ້ຖືກ ເຄາະຮ້າຍຈາກອຸບປະຕິ​ເຫດທາງ​ຖະໜົນ, ແລກປ່ຽນບົດຮຽນ, ປະສົບການກັບມູນນິທິ ແລະ ພາກ ສ່ວນອື່ນທີ່ກ່ຽວຂ້ອງ;

5. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ​ໃຫ້​ຂະ​ແໜງ​ການ​ໂຍທາ​ ທິການ ​ແລະ ຂົນ​ສົ່ງ ​ແລະ ຂະ​ແໜງ​ການ​ອື່ນ​ທີ່​ກ່ຽວຂ້ອງ ຢ່າງ​ເປັນ​ປົກກະຕິ.



ພາກທີ VI
ຂໍ້ຫ້າມ



ມາດຕາ 50 (ໃໝ່) ຂໍ້ຫ້າມທົ່ວໄປ

ຫ້າມ ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ມີ​ ພຶດຕິກໍາ ດັ່ງ​ນີ້:

1. ທຳລາຍລະບົບສັນຍານຈະລາຈອນຕາມເສັ້ນທາງ ເຊັ່ນ ປ້າຍສັນຍານ, ເຄື່ອງໝາຍ, ໄຟສັນຍານຈະລາຈອນ ລວມທັງສ້າງສິ່ງເປີະເປື້ອນ ແລະ ປິດ ບັງ ປ້າຍສັນຍານຈະລາຈອນ;

2. ຕິດປ້າຍທະບຽນລົດ ທີ່ບໍ່ຖືກຕ້ອງຕາມລະບຽບການ;

3. ຕິດ​ຕັ້ງ​ປ້າຍ, ຕັ້ງປ້າຍໂຄສະນາ, ​ວາງ​ເຄື່ອງ​ໝາຍ​​, ວາງເຄື່ອງຂາຍ, ຈັດພິທີ ຕາມ​ເສັ້ນທາງ, ຢູ່ເທິງທາງຍ່າງ ແລະ ເຂດສະຫງວນຂອງທາງ ໂດຍ​ບໍ່ໄດ້​ຮັບ​ອະນຸຍາດ;

4. ຫຼິ້ນກິລາຕາມແຄມທາງ, ທາງຄົນຍ່າງ;

5. ກໍ່ສ້າງ, ຕໍ່​ເຕີມ​ອາຄານ, ສິ່ງ​ປຸກ​ສ້າງ​ ເລື່ອມເອົາເຂດສະຫງວນຂອງທາງ​;

6. ດໍາເນີນກິດຈະການຕ່າງໆ ຢູ່ບ່ອນທາງໂຄ້ງ, ທາງແຄບ ຫຼື ​ແຄມ​ທາງ​ທີ່​ບໍ່​ມີ​ບ່ອນ​ຈອດ​ລົດ ທີ່ເປັນອັນຕະລາຍ ແລະ ສ່ຽງຕໍ່ການເກີດອຸບປະຕິເຫດ;

7. ຂຸດ​ດິນ, ຖົມ​ດິນ, ກອງ​ດິນ, ກອງ​ວັດ​ສະດຸ ​ໃສ່ທາງ ແລະ ແຄມທາງ;

8. ຖິ້ມຂີ້ເຫຍື້ອ, ຖອກ ຫຼື ປ່ອຍນ້ຳເປື້ອນ, ນໍ້າໂສໂຄກ, ຖອກນ້ຳມັນ, ລ້າງລົດໃສ່ ທາງ ແລະ ແຄມທາງ;

9. ຈອດລົດ ຢູ່ເທິງທາງຍ່າງ, ທາງຄົບ, ທາງແຍກ, ທາງໂຄ້ງ, ທາງທີ່ຫຼີກກັນບໍ່ໄດ້, ທາງເຂົ້າ-ອອກຂົວ ແລະ ໃນຂົວ;

10. ປະປ່ອຍເດັກ ຂ້າມທາງ, ຫຼີ້ນຢູ່ຕາມແຄມທາງ ໂດຍລຳພັງ;

11. ລ້ຽງ, ປ່ອຍສັດລ້ຽງຕາມເສັ້ນທາງ, ເຄື່ອນຍ້າຍສັດລ້ຽງຕາມເສັ້ນທາງ ໂດຍບໍ່ມີຜູ້ ຄວບຄຸມ;

12. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 51 (ໃໝ່) ຂໍ້ຫ້າມສໍາລັບຜູ້ນໍາໃຊ້​ເສັ້ນທາງ

ຫ້າມ ​ຜູ້ນໍາໃຊ້ເສັ້ນທາງ ມີ​ ພຶດຕິກໍາ ດັ່ງ​ນີ້:

1. ຂັບ​ຂີ່​​ໃນ​ສະພາບ​ມຶນ​ເມົາ;

2. ຂັບ​ຂີ່​ຍານພາຫະນະ​ ໄວ​ເກີນ​ກຳນົດ, ຂັບ​ຂີ່​ເຈີດ​ຊ້າຍ ເຈີດ​ຂວາ, ຊ່ວງ​ຊີງ​ຍານພາ ຫະນະ​ອື່ນ ​ດ້ວຍ​ຄວາມ​ປະ​ໝາດ ​ແລະ ບໍ່​ຖືກ​ຕາມ​ກົດ​​​ຈະລາຈອນ;

3. ໃຊ້ໂທລະສັບມືຖື, ເຄື່ອງຫຼິ້ນເອເລັກໂຕຣນິກປະເພດຕ່າງໆ ໃນເວລາຍ່າງຂ້າມ ທາງ;

4. ໃຊ້​ໂທລະສັບມື​ຖື, ​ເບິ່ງ​ໂທລະພາບ, ຮູບ​ພາບ VCD, DVD ເຄື່ອງຫຼິ້ນເອເລັກ ໂຕຣນິກປະເພດຕ່າງໆ ໃນເວລາຂັບຂີ່;

5. ຍ່າງຮຽງກັນ ເປັນໜ້າກະດານ, ເປັນພຶງ, ເປັນແພ ທີ່ກີດຂວາງການສັນຈອນ;

6. ຂັບ​ຂີ່​ລົດຈັກ, ລົດຖີບ​ທຸກ​ຊະນິດ ຮຽງ​ກັນ ທີ່ກີດຂວາງການສັນຈອນ​;

7. ຈອດລົດໃຫຍ່ຮຽງກັນຕາມເສັ້ນທາງ ທີ່ກີດຂວາງການສັນຈອນ;

8. ກັ້ງຄັນຮົ່ມໃນເວລາຂັບຂີ່ລົດຈັກ, ລົດຖີບ;

9. ບັນທຸກຜູ້ໂດຍສານເກີນຈໍານວນ​​, ສິນຄ້າ​ເກີນນໍ້າໜັກ ຫຼື ຂະໜາດ ທີ່ກໍານົດ;

10. ບັນທຸກ​ວັດຖຸອັນຕະລາຍ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ;

11. ສ້ອມແປງຍານພາຫະນະ ຢູ່ກາງທາງ, ກາງຂົວ;

12. ​ ເປີດ​ເຄື່ອງ​ສຽງດັງ​ເກີນ​ກຳນົດໃນເວລາຂັບຂີ່;​

13. ແຂ່ງ​ລົດ​ທຸກ​ຊະນິດ ຕາມ​ເສັ້ນທາງ ໂດຍບໍ່ໄດ້ຮັບອະນຸຍາດ;

14. ປະທ່ອນ​ໄມ້, ຟົດໄມ້, ກ້ອນ​ຫີນ ຫຼື ສິ່ງກີດຂວາງອື່ນ ທີ່​ໝູນ​​ຕີນລົດໄວ້ຕາມເສັ້ນ ທາງ;

15. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 52 (ໃໝ່) ຂໍ້​ຫ້າມ​ສຳລັບ​ຜູ້ດຳ​ເນີນ​ທຸລະ​ກິດກ່ຽວ​ກັບການ​ຈະລາຈອນ​ທາງບົກ

ຫ້າມ​ ຜູ້​ດຳ​ເນີນ​ທຸລະ​ກິດ ກ່ຽວ​ກັບການ​ຈະລາຈອນທາງບົກ ​ມີ ພຶດຕິກໍາ ​ດັ່ງ​ນີ້:

1. ​​ໃຫ້​ເຊົ່າ ແລະ ​ໂອນໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ;

2. ຂາຍ, ມອບ​ໂອນ​ໂຄງການ​ກ່ຽວ​ກັບການ​ຈະລາຈອນທາງບົກ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຈາກ​ເຈົ້າຂອງ​ໂຄງການ;

3. ດຳ​ເນີນ​ທຸລະ​ກິດ ບໍ່​ຖືກ​ຕາມ​ປະ​ເພດ​ທີ່​ໄດ້​ຮັບ​ອະນຸຍາດ;

4. ສົມຮູ້​ຮ່ວມ​ຄິດ, ​ຊື້ຈ້າງ, ໃຫ້​ສິນ​ບົນ ​​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ທຸລະ​ກິດຂອງ​ຕົນ;

5. ມີ​ພຶດຕິກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ລະບຽບ​ກົດໝາຍ.

ມາດຕາ 53 (ໃໝ່) ຂໍ້​ຫ້າມ​ສຳລັບ​ເຈົ້າ​ໜ້າ​ທີ່ຄວບຄຸມການຈະລາຈອນ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ

ຫ້າມ ​ເຈົ້າ​ໜ້າ​ທີ່ຄວບຄຸມການຈະລາຈອນ ​ແລະ ພະນັກງານທີ່​ກ່ຽວຂ້ອງ ມີ​ ພຶດຕິກໍາ ດັ່ງນີ້:

1. ດຳ​ເນີນ​ທຸລະ​ກິດ, ​ເປັນ​ທີ່​ປຶກສາ ຫຼື ​​ເປັນພະນັກງາ​ນວິຊາ​ການ ​ໃຫ້​ວິ​ສາ​ຫະກິດ ກ່ຽວ​ກັບ​ການ​ຈະລາຈອນ​ທາງບົກ;

2. ​ເປີດ​ເຜີຍ​ຂໍ້​ມູນ​ ກ່ຽວ​ກັບ​ການ​ປະມູນໂຄງການ ກໍ່ສ້າງ, ສ້ອມ​ແປງ​ ​ແລະ ຕິດ​ຕັ້ງກິດ ຈະການ​ຈະລາຈອນ​ທາງບົກ;

3. ສົມຮູ້​ຮ່ວມ​ຄິດ, ຂໍ​ເອົາ, ທວງ​ເອົາ, ຮັບ​ສິນ​ບົນ, ​ໃຊ້​ອຳນາດ​ເກີນ​ຂອບ​ເຂດ, ປອມ ແປງ​ເອກະສານ, ສວຍ​ໃຊ້​ໜ້າ​ທີ່​ຕຳ​ແໜ່ງ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ ໝູ່ຄະນະ;

4. ​​ເມີນ​​ເສີຍ ຕໍ່​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ, ກົດ​ໜ່ວງ ​ຖ່ວງ​ດຶງ​ເອກະສານ ກ່ຽວ​ກັບການ​ຈະລາຈອນ​ທາງບົກ, ​ເມີນ​ເສີຍ​ຕໍ່​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ;

5. ​ໃຊ້​ວາຈາ​ ທ່າ​ທີ ບໍ່​ສຸພາບ, ນາບ​ຂູ່ ຜູ້​ນໍາໃຊ້ເສັ້ນທາງ ແລະ ຜູ້ຂັບ​ຂີ່​ຍານພາຫະນະ;

6. ມີພຶດຕິກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ລະບຽບ​ກົດໝາຍ.



ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ



ມາດ​ຕາ 54 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ

ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ອາດ​ດຳ​ເນີນ​ດ້ວຍ​ຮູບ​ການ​​ໃດ​ໜຶ່ງ ດັ່ງ​ນີ້:

1. ການ​ປະນີປະນອມ​;

2. ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ;

3. ການ​ແກ້​ໄຂ​ໂດຍ​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ;

4. ການ​ຕັດສິນ​ຂອງ​ສານ;

5. ການ​ແກ້​ໄຂ​ທີ່​ມີ​ລັກສະນະ​ສາກົນ.

ມາດຕາ 55 (ໃໝ່) ການປະນີປະນອມ

ໃນ​ກໍ​ລະ​ນີ ເກີດ​ຂໍ້​ຂັດ​ແຍ່ງ​​ກ່ຽວ​ກັບ​ການຈະລາຈອນ​ທາງບົກ​ນັ້ນ ຄູ່​ກໍລະນີ​ ສາມາດປຶກສາ​ຫາລື, ​ເຈລະຈາ ​ແລະ ປະນີປະນອມ​ກັນ.

ມາດຕາ 56 (ໃໝ່) ການແກ້ໄຂທາງດ້ານບໍລິຫານ

​ ໃນ​ກໍລະນີ​ ເກີດ​ຂໍ້​ຂັດ​ແຍ່ງ​ ກ່ຽວ​ກັບ​ການຈະລາຈອນ​ທາງບົກນັ້ນ ຄູ່​ກໍລະນີ ​ມີ​ສິດສະ​ເໜີ​ຕໍ່ຂະ​ແໜງ​ການ​ທີ່​ກ່ຽວຂ້ອງບ່ອນທີ່​ຕົນ​ໄດ້​ຮັບ​ອະນຸຍາດ​ນັ້ນ​ ເພື່ອ​ພິຈາລະນາ​​ແກ້​ໄຂຕາ​ມ​ລະບຽບ​ກົດໝາຍ.

ມາດຕາ 57 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

​ໃນ​ກໍລະນີ ​​ເກີດ​ຂໍ້​ຂັດ​ແຍ່ງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ການຈະລາຈອນ​ທາງບົກນັ້ນ ​ຄູ່​ກໍລະນີ​ ມີ​ສິດສະ​ເໜີ​ຕໍ່​ອົງການແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ເພື່ອ​ພິຈາລະນາ​​ແກ້​ໄຂຕາມ​ລະບຽບ​ກົດໝາຍ.

ມາດຕາ 58 (ໃໝ່) ການຕັດສິນຂອງສານ

ໃນກໍລະນີ ​​ເກີດ​ຂໍ້ຂັດແຍ່ງ​ ກ່ຽວ​ກັບການຈະລາຈອນ​ທາງບົກນັ້ນ ​ຄູ່​ກໍລະນີ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ສາມາດຮ້ອງ​ຟ້ອງ​ຕໍ່​ສານ​ປະຊາຊົນ ​ເພື່ອ​ພິຈາລະນາ​ຕັດສິນຕາມ​ລະບຽບ​ກົດໝາຍ.

ມາດຕາ 59 (ໃໝ່) ການແກ້ໄຂທີ່ມີລັກສະນະສາກົນ

ໃນການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງທີ່ມີລັກສະນະສາກົນ ກ່ຽວ​ກັບການ​ດຳ​ເນີນ​ທຸລະ​ກິດ​ຈະລາຈອນ​ທາງບົກນັ້ນ ຄູ່​ກໍລະນີ​ ສາມາດ​ສະ​ເໜີ​ຕໍ່​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພາຍ​ໃນ, ຕ່າງປະ​ເທດ ຫຼື ສາກົນ ຕາມ​ການ​ຕົກລົງກັນ ຫຼື ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.



ພາກທີ VIII

ຄະນະກຳມະການດ້ານ​ຄວາມ​ປອດ​ໄພທາງ​ຫຼວງ


ມາດຕາ 60 (​ໃໝ່) ການສ້າງຕັ້ງຄະນະກໍາມະການດ້ານ​ຄວາມ​ປອດ​ໄພ​ທາງຫຼວງ

ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການສົ່ງເສີມ ການຈະລາຈອນ​ທາງບົກ ມີຄວາມສະ ດວກ, ວ່ອງໄວ, ປອດໄພ, ເຊື່ອມໂຍງເຂົ້າກັບລະບົບການຈະລາຈອນຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດ ສ້າງຕັ້ງຄະນະກຳມະການດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ຊຶ່ງເປັນການຈັດຕັ້ງທີ່ບໍ່ປະ ຈຳການ, ມີພາລະບົດບາດ​ປະສານງານ ກັບພາຍ​ໃນ ​ແລະ ຕ່າງປະ​ເທດ ໃນການຄຸ້ມຄອງວຽກງານ ຈະລາຈອນ​ທາງບົກ ໃຫ້ມີຄວາມກ້າວໜ້າ ​ແລະ ຂະຫຍາຍຕົວ ປະກອບສ່ວນເຂົ້າໃນການປ້ອງ​ກັນ ຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ.

ມາດຕາ 61 (​ໃໝ່) ລະບົບ​ຄະນະ​ກໍາມະການ​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ

ລະບົບຄະນະກຳມະການດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ:

1. ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ;

2. ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ;

3. ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ.

ມາດຕາ 62 (ໃໝ່) ໂຄງ​ປະກອບ​ຂອງຄະນະ​ກໍາມະການ​​ແຫ່ງ​ຊາດດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ

ຄະນະ​ກໍາມະການ​​ແຫ່ງ​ຊາດດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ປະກອບ​ດ້ວຍ:

1. ລັດຖະມົນ​ຕີ​ວ່າການ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ປະທານ;

2. ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ເປັນ​ຮອງ​ປະທານ;

3. ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ສຶກສາທິການ ​ແລະ ກິລາ ​ ເປັນ​ກໍາມະການ;

4. ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ສາທາລະນະ​ສຸກ ​ເປັນ​ກໍາມະການ;

5. ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເປັນ​ກໍາມະການ;

6. ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ເງິນ ​ເປັນ​ກໍາມະການ;

7. ປະທານອົງການກາແດງລາວ ເປັນກໍາມະການ;

8. ຮອງປະທານສູນກາງສະຫະພັນກໍາມະບານລາວ ເປັນກໍາມະການ;

9. ຮອງປະທານສູນກາງສະຫະພັນແມ່ຍິງລາວ ເປັນກໍາມະການ;

10. ຮອງເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນກໍາມະການ;

11. ຜູ້ຕາງໜ້າ ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ເປັນກໍາມະ ການ;

12. ຜູ້ຕາງໜ້າ ມູນນິທິ ກ່ຽວກັບການຈະລາຈອນທາງບົກ ເປັນກໍາມະການ.

ຄະນະ​ກໍາມະການແຫ່ງຊາດຄວາມປອດໄພທາງຫຼວງ ຖືກແຕ່ງ​ຕັ້ງ​ໂດຍນາຍົກລັດຖະມົນ ຕີ ​ແລະ ມີ​ກອງ​ເລຂາ ຕັ້ງ​ຢູ່ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະ ນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ.

ມາດຕາ 63 (ໃໝ່) ໂຄງ​ປະກອບ​ຂອງຄະນະ​ກໍາມະການ​​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ແຂວງ, ນະຄອນ

ຄະນະ​ກໍາມະການ​​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ແຂວງ, ນະຄອນ ປະກອບ​ດ້ວຍ:

1. ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ​​ເປັນ​​ປະທານ;

2. ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ;

3. ຮອງຫົວໜ້າພະແນກ ສຶກສາທິການ ​ແລະ ກິລາ ​ເປັນ​ກໍາມະການ;

4. ຮອງຫົວໜ້າພະແນກ ສາທາລະນະ​ສຸກ ​ເປັນ​ກໍາມະການ;

5. ຮອງຫົວໜ້າພະແນກ ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເປັນ​ກໍາ ມະການ;

6. ຮອງຫົວໜ້າພະແນກ ​ການ​ເງິນ ​ເປັນ​ກໍາມະການ;

7. ຫົວໜ້າຫ້ອງການກາແດງ ແຂວງ, ນະຄອນ ເປັນກໍາມະການ;

8. ຮອງປະທານສະຫະພັນກໍາມະບານ ແຂວງ, ນະຄອນ ເປັນກໍາມະການ;

9. ຮອງປະທານສະຫະພັນແມ່ຍິງ ແຂວງ, ນະຄອນ ເປັນກໍາມະການ;

10. ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ, ນະຄອນ ເປັນກໍາ ມະການ;

11. ຕົວ​ແທນ​ຂອງ ພາກສ່ວນ​ທຸລະ​ກິດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ທີ່​ກ່ຽວຂ້ອງ ​ເປັນກໍາມະການ;

12. ຕົວ​ແທນ​ຂອງ ການ​ຈັດ​ຕັ້ງ​ສັງຄົມທີ່​ກ່ຽວຂ້ອງ ​ເປັນ​ກໍາມະການ.

ຄະນະ​ກໍາມະການດ້ານຄວາມປອດໄພທາງຫຼວງ ​​ແຂວງ, ນະຄອນ ຖືກແຕ່ງ​ຕັ້ງ​ໂດຍ ​ເຈົ້າ​ແຂວງ, ​ເຈົ້າ​ຄອງ​ນະຄອນ ​ແລະ ມີ​ກອງ​ເລຂາ ຕັ້ງ​ຢູ່ ພະ​ແນ​ກໂຍທາ​ທິການ ​ແລະ ຂົນ​ສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ​ແຂວງ, ນະຄອນ.

ມາດຕາ 64 (ໃໝ່) ໂຄງ​ປະກອບ​ຂອງຄະນະ​ກໍາມະການ​​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ​ເມືອງ, ​ເທດ ສະບານ

ຄະນະ​ກໍາມະການ​​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ເມືອງ, ​ເທດສະບານ ປະກອບ​ດ້ວຍ:

1. ​ ຫົວໜ້າຫ້ອງການ​ ໂຍທາທິການ ແລະ ຂົນສົ່ງ ​​ເປັນ​​ປະທານ;

2. ຮອງຫົວໜ້າກອງ​ບັນຊາ​ການປ້ອງກັນຄວາມສະຫງົບ ​ເປັນຮອງປະທານ;

3. ຮອງຫົວໜ້າຫ້ອງການ ສຶກສາທິການ ​ແລະ ກິລາ ​ເປັນ​ກໍາມະການ;

4. ຮອງຫົວໜ້າຫ້ອງການ ສາທາລະນະ​ສຸກ ​ເປັນ​ກໍາມະການ;

5. ຮອງຫົວໜ້າຫ້ອງການ ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ເປັນ​ກໍາ ມະການ;

6. ຮອງຫົວໜ້າຫ້ອງການ ການ​ເງິນ ​ເປັນ​ກໍາມະການ;

7. ຮອງຫົວໜ້າ ຂະແໜງກາແດງ ເປັນກໍາມະການ;

8. ຮອງປະທານສະຫະພັນກໍາມະບານ ​ເມືອງ, ເທດສະບານ ເປັນກໍາມະການ;

9. ຮອງປະທານສະຫະພັນແມ່ຍິງ ​ເມືອງ, ເທດສະບານ ເປັນກໍາມະການ;

10. ຮອງເລຂາຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ​ເມືອງ, ເທດສະບານ ເປັນກໍາມະການ;

11. ຕົວ​ແທນ​ຂອງ ພາກສ່ວນ​ທຸລະ​ກິດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ທີ່​ກ່ຽວຂ້ອງ ​ເປັນກໍາມະການ;

12. ຕົວ​ແທນ​ຂອງ ການ​ຈັດ​ຕັ້ງ​ສັງຄົມທີ່​ກ່ຽວຂ້ອງ ​ເປັນ​ກໍາມະການ.

ຄະນະ​ກໍາມະການດ້ານຄວາມປອດໄພທາງຫຼວງ ​ເມືອງ, ເທດສະບານ ຖືກແຕ່ງ​ຕັ້ງ​ໂດຍ ​ເຈົ້າ​​ເມືອງ, ຫົວໜ້າເທດສະບານ ​ແລະ ມີ​ກອງ​ເລຂາ ຕັ້ງ​ຢູ່ ຫ້ອງການໂຍທາ​ທິການ ​ແລະ ຂົນ​ສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ​ເມືອງ, ເທດສະບານ.

ມາດຕາ 65 (ໃໝ່) ສິດ ​ແລະ ໜ້າ​ທີ່​ຂອງ ຄະນະ​ກຳມະການ​ດ້ານ​ຄວາມ​ປອດ​ໄພທາງຫຼວງ

ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ສ້າງ​ກົດ​ລະບຽບ​ພາຍ​ໃນ, ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາ ເນີນງານດ້ານຄວາມປອດໄພທາງຫຼວງ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດ​ຊອບຂອງ​ຕົນ;

2. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານດ້ານຄວາມ ປອດໄພທາງຫຼວງ ຕາມຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;

3. ແນະນຳ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະສານສົມທົບກັບບັນດາຂະແໜງ ການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຄວາມ ປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;

4. ລະດົມ, ຄຸ້ມຄອງ ແລະ ນໍາໃຊ້ທຶນ ທີ່ໄດ້ຮັບການສະໜັບສະໜູນ ຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນວຽກງານຄວາມປອດໄພທາງຫຼວງ ໃຫ້ມີປະສິດທິຜົນຕາມຂອບ​ເຂດ​ຄວາມ​ ຮັບຜິດຊອບ​ຂອງ​ຕົນ;

5. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຕາມການມອບໝາຍ;

6. ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານ ຕໍ່ຂະແໜງການຂັ້ນເທິງຂອງຕົນ;

7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການ ມອບໝາຍ.



ພາກທີ IX
ການຄຸ້ມຄອງ ແລະ ການກວດກາວຽກ​ງານ​ຈະລາຈອນ​ທາງບົກ

ໝວດທີ 1
ການຄຸ້ມຄອງວຽກ​ງານ​ຈະລາຈອນ​ທາງບົກ



ມາດຕາ 66 (ປັບປຸງ) ອົງການຄຸ້ມຄອງວຽກ​ງານຈະລາຈອນທາງບົກ

ລັດ​ຖະ​ບານ ​ເປັນ​ຜູ້​ຄຸ້ມ​ຄອງ​ວຽກ​ງານ​ຈະລາຈອນ​ທາງບົກ​ ຢ່າງ​ລວມສູນ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໂດຍ​ມອບ​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ເປັນ​​ຜູ້ຮັບຜິດຊອບ ໂດຍກົງ ທັງເປັນເຈົ້າການ ​ປະສານ​ສົມທົບ​ກັບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາກະຊວງ​, ອົງການອື່ນ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ທີ່​ກ່ຽວຂ້ອງ.

​ອົງການ​ຄຸ້ມ​ຄອງ​ວຽກ​ງານ​ຈະລາຈອນ​ທາງບົກ ປະກອບ​ດ້ວຍ:

1. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ;

2. ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມ ສະຫງົບ ແຂວງ, ນະຄອນ;

3. ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມສະ ຫງົບ ເມືອງ, ເທດສະບານ;

4. ອົງການປົກຄອງບ້ານ.

ມາດຕາ 67 (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ

ໃນການ​ຄຸ້ມ​ຄອງ​ວຽກ​ງານ​​ຈະລາຈອນ​ທາງບົກ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ມີ​ ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

1. ຄົ້ນຄວ້າ​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ​ແລະ ລະບຽບ​ກົດ ໝາຍ ກ່ຽວ​ກັບ​ວຽກ​ງານ​ຈະລາຈອນ​ທາງບົກ ​ເພື່ອ​ສະ​ເໜີ​ລັດຖະບານ​ ພິຈາລະນາ;

2. ຜັນ​ຂະຫຍາຍ​​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ ກ່ຽວກັບວຽກ​ງານ​ຈະລາຈອນ​ທາງບົກ ມາ​ເປັນ​ແຜນການ, ​ແຜນ​ງານ ​ແລະ ​ໂຄງການ​ລະອຽດຂອງ​ຕົນ ພ້ອມ​ທັງ​ຊີ້​ນຳ, ຕິດຕາມ, ຊຸກຍູ້ການ ຈັດ​ຕັ້ງ​ປະຕິບັດ ​ໃຫ້​ມີ​ປະສິດທິ​ຜົນ;

3. ຄົ້ນ​ຄວ້າ​ ກຳນົດ​ໝາຍ ​ແລະ ມາດຕະຖານ​ເຕັກນິກ, ຄົ້ນ​ຄວ້າ ​ແລະ ເລືອກ​ເຟັ້ນ ເຕັກ​​ໂນ​ໂລ​ຊີ ​ທີ່​​ເໝາະ​ສົມ ກ່ຽວ​ກັບການ​ຈະລາຈອນ​ທາງບົກ ພ້ອມ​ທັງ​ອອກ​ຄໍາ​ແນະນຳ​ໃນ​ການຈັດ​ຕັ້ງ​ປະຕິບັດ;

4. ຄຸ້ມຄອງ ມາດຕະຖານເຕັກນິກ ຍານພາຫະນະ ແລະ ສິ້ນສ່ວນ, ມາດຕະຖານ ເຕັກນິກ ປ້າຍລົດ ແລະ ການນຳໃຊ້ເຕັກໂນໂລຊີ ກ່ຽວກັບການຜະລິດໃບທະບຽນ ແລະ ປ້າຍລົດ;

5. ປະສານ​ສົມທົບ​ກັບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​, ອົງການ​ອື່ນ ທີ່​ກ່ຽວ​ຂ້ອງ ​ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ໃນການຈັດຕັ້ງປະຕິບັດນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບວຽກງານຈະລາຈອນທາງບົກ;

6. ຮັບຜິດຊອບຂໍ້ມູນການຄຸ້ມຄອງ ກໍຄືການຂຶ້ນທະບຽນພາຫະນະ ເພື່ອພິມໃບທະບຽນ ໃຫ້ຖືກຕ້ອງ;

7. ຄົ້ນ​ຄວ້າ, ວິ​​ໄຈຂໍ້​ມູນ, ສະຖິຕິອຸບ​ປະຕິ​ເຫດ ​ແລະ ສັງ​ລວມ​ປະລິ​ມານ​ການ​ສັນຈອນ​ຕາມເສັ້ນທາງ; ​

8. ອອກລະບຽບການຄຸ້ມຄອງ ຍານພາຫະນະ ແລະ ປ້າຍທະບຽນ, ຄຸ້ມ​ຄອງການ ອອກໃບ​ທະບຽນ, ການຜະລິດ ແລະ ຕິດປ້າຍທະບຽນ ລວມທັງການສະໜອງໃຫ້ບັນດາແຂວງ ແລະ ການປະມູນປ້າຍທະບຽນເລກງາມ, ການຝຶກອົບຮົມ, ການສອບເສັງ ແລະ ອອກໃບຂັບຂີ່ ​ ໃນຂອບ​ເຂດ​ທົ່ວ​ປະ​ເທດ;

9. ສ້າງ, ບຳລຸງ, ຍົກ​ລະດັບບຸກຄະລາ​ກອນ ​ດ້ານ​ການຈະລາຈອນ​ທາງບົກ;

10. ພົວພັນ, ຮ່ວມ​ມື​ກັບ​ຕ່າງປະ​ເທດ, ອານຸພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ ກ່ຽວ​ກັບ​ວຽກ​ງານ​ຈະລາຈອນ​ທາງບົກ;

11. ສະຫລຸບ ​ລາຍ​ງານ ຜົນ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ຈະລາຈອນ​ທາງບົກ ​ໃຫ້​ລັດ ຖະບານ ຢ່າງ​​ເປັນປົກກະຕິ;

12. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ກົດໝາຍ.

ມາດຕາ 68 (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກະຊວງປ້ອງກັນຄວາມສະຫງົບ

​ ໃນ​ການ​ຄຸ້ມ​ຄອງ​ວຽກງານ​ຈະລາຈອນ​ທາງບົກ​ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ມີ​ ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

1. ປະກອບຄຳເຫັນໃສ່ຮ່າງ​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ ແລະ ລະບຽບ​ກົດໝາຍ ກ່ຽວກັບວຽກງານຈະລາຈອນທາງບົກ ແລ້ວສົ່ງຄືນໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ;

2. ຜັນຂະຫຍາຍນະ​ໂຍບາຍ, ​ແຜນຍຸດ​ທະ​ສາດ, ລະບຽບກົດໝາຍ ກ່ຽວກັບການຈະ ລາຈອນທາງບົກ ມາ​ເປັນ​ແຜນການ, ​ແຜນ​ງານ ​ແລະ ​ໂຄງການ​ລະອຽດຂອງຕົນ;

3. ໂຄສະນາ, ​ເຜີຍ​ແຜ່​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ ​ແລະ ລະບຽບ​ກົດໝາຍ ກ່ຽວ ກັບການ​ຈະລາຈອນທາງບົກ ແນ​ໃສ່ປູກຈິດ​ສຳນຶກ​ໃຫ້​ແກ່ປະຊາຊົນໃນການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຈະລາຈອນທາງບົກ;

4. ປະສານ​ສົມທົບ​ກັບ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ກະຊວງ, ອົງການອື່ນ ທີ່ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນໃນການຈັດຕັ້ງປະຕິບັດນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບວຽກງານຈະລາຈອນທາງບົກ;

5. ຊີ້ນໍາ, ຕິດຕາມ, ອໍານວຍຄວາມສະດວກ ແລະ ຄວບຄຸມການຈະລາຈອນ ຕາມ ເສັ້ນທາງ;

6. ກວດກາ ຂໍ້ມູນຍານພາຫະນະ ທີ່ຈະນຳເອົາໄປຜະລິດປ້າຍລົດ;

7. ຄຸ້ມຄອງທະບຽນ, ຮັບຜິດຊອບຜະລິດ​, ຕິດ​ປ້າຍ ແລະ ການນຳໃຊ້ປ້າຍລົດ;

8. ຄຸ້ມ​ຄອງຄວາມປອດໄພ ​ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງການຈະ ລາຈອນທາງບົກ, ຄົ້ນ​ຄວ້າວິ​ໄຈ ຂໍ້​ມູນ​ອຸບ​ປະຕິ​ເຫດ, ສັງລວມ​​ປະລິມານ​ການ​ສັນຈອນຕາມເສັ້ນທາງ ​ເພື່ອ​ວາງ​ແຜນ​ປ້ອງ​ກັນ ​ແລະ ສະກັດ​ກັ້ນອຸບປະຕິເຫດທາງຖະໜົນ;

9. ຕິດຕາມ​ ​ແລະ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ລະບຽບ​ກົດໝາຍ​​ກ່ຽວກັບ​ການ​ຈະ ລາຈອນ​ທາງບົກ ​ແລະ ລະບຽບ​ກົດ​ໝາຍ​ອື່ນ​ທີ່​ກ່ຽວຂ້ອງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ;

10. ຄຸ້ມຄອງ ແລະ ຍົກລະດັບ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ທັງສູນ ກາງ ແລະ ທ້ອງຖິ່ນ ພ້ອມທັງປະກອບ​ວັດ​ຖູປະກອນ ​ແລະ ຍານພາຫະນະ ທີ່ຈຳເປັນໃນ​ການ​ປະຕິ ບັດ​ໜ້າທີ່;

11. ຊີ້ນຳ, ນຳພາ, ຕິດຕາມ, ຊຸກຍູ້ການປະຕິບັດໜ້າທີ່ຂອງ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ຢ່າງເຂັ້ມງວດ;

12. ອອກຂໍ້​ຕົກລົງ, ຄຳ​ສັ່ງ, ຄຳ​ແນະນຳ ແລະ ລະບຽບການ ເພື່ອ​ຄຸ້ມ​ຄອງ​ວຽກ​ງານ​ຈະລາຈອນ​ທາງບົກ ​ໃນຂອບເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;

13. ສະຫຼຸບ​ ລາຍ​ງານ ຜົນ​ການຈັດຕັ້ງປະຕິບັດວຽກງານຂອງຕົນ ​ໃຫ້​ລັດຖະບານ ຢ່າງ​​ເປັນປົກກະຕິ;

14. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ກົດໝາຍ.

ມາດຕາ 69 (ປັບປຸງ) ສິດ ​ແລະ ໜ້າ​ທີ່​ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ

​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ຈະລາຈອນ​ທາງບົກ ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ແຂວງ, ນະ​ຄອນ ມີ​ ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

1. ຈັດຕັ້ງປະຕິບັດນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບວຽກ ງານຈະລາຈອນທາງບົກ ​ໃນ​ຂອບ​ເຂດ​ແຂວງ, ນະຄອນຂອງຕົນ;

2. ປະສານ​ສົມທົບ​ກັບ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ພະແນກການອື່ນ ຂອງແຂວງ, ນ​ະຄ​ອນໃນການສຶກສາອົບຮົມ, ​ໂຄສະນາ, ​ເຜີຍ​ແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ; ​

3. ຄົ້ນ​ຄວ້າ, ວິ​​ໄຈຂໍ້​ມູນ, ສະຖິຕິອຸບປະຕິ​ເຫດ ​ແລະ ​ສັງລວມຈໍານວນຍານພາຫະ ນະ ແລະ ​ປະລິ​ມານ​ການ​ສັນຈອນ​ຕາມເສັ້ນທາງໃນ​ຂອບ​ເຂດ ແຂວງ, ນະຄອນ; ​

4. ຄຸ້ມຄອງການຂຶ້ນທະບຽນຍານພາຫະນະ, ຄວາມປອດໄພ ໃນການຈະລາຈອນ ທາງບົກ ແລະ ການຂັບຂີ່, ໂຮງຮຽນສອນຂັບຂີ່, ສູນ​ຝຶກການ​ຂັບຂີ່, ການສອບເສັງໃບຂັບຂີ່, ສູນ ກວດກາເຕັກນິກ, ອູ່ສ້ອມແປງຍານພາຫະນະ ແລະ ກິດຈະການອື່ນ ກ່ຽວກັບການຈະລາຈອນທາງ ບົກ;

5. ປ້ອນຂໍ້ມູນ ຍານພາຫະນະ ເພື່ອພິມໃບທະບຽນ;

6. ສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນພາຍໃນ ແລະ ຕ່າງປະເທດ ມາພັດທະນາວຽກງານຈະລາຈອນທາງບົກ ພາຍ​ໃນ​ແຂວງ, ນະຄອນ​ຂອງ​ຕົນ;

7. ຄຸ້ມ​ຄອງ, ຕິດ​ຕັ້ງປ້າຍ ​ແລະ ​ເຄື່ອງໝາຍ​ຈະລາຈອນ​ທາງບົກ, ຕິດຕາມ, ປົກ​ປັກ​ຮັກສາປ້າຍ, ​ເຄື່ອງໝາຍ​ຈະລາຈອນ​ຕາມ​ເສັ້ນທາງ ​ເພື່ອ​ບໍ່​ໃຫ້​ຖືກ​ທຳລາຍ;

8. ຈັດ​ຕັ້ງ​ການ​ສອບ​ເສັງ, ອອກ​ໃບ​ຂັບ​ຂີ່, ຂຶ້ນ​ທະບຽນ, ຕິດ​ປ້າຍ​ທະບຽນ ​ຍານພາ ຫະນະ ໃນຂອບເຂດ ແຂວງ, ນະຄອນ;

9. ສະຫລຸບ ​ລາຍ​ງານ ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈະລາຈອນ​ທາງບົກ ​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ອົງການ​ປົກຄອງ​ແຂວງ, ນະ​ຄອນ ຢ່າງ​ເປັນ​ປົກກະຕິ;

10. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 70 (ປັບປຸງ) ສິດ ​ແລະ ໜ້າ​ທີ່​ຂອງ ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ, ນະຄອນ

ໃນ​ການ​ຄຸ້ມ​ຄອງ​ວຽກງານຈະລາຈອນ​ທາງບົກ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ, ນະຄອນ ມີ​ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

1. ຈັດຕັ້ງປະຕິບັດນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບການ ຈະລາຈອນທາງບົກ ​ໃນ​ຂອບ​ເຂດ​ແຂວງ, ນະຄອນຂອງຕົນ;

2. ປະສານ​ສົມທົບ​ກັບ ​ພະແນກໂຍທາ​ທິການ ​ແລະ ຂົນ​ສົ່ງ, ພະແນກການອື່ນຂອງ ແຂວງ, ນ​ະຄ​ອນ ໃນການສຶກສາອົບຮົມ, ​ໂຄສະນາ, ​ເຜີຍ​ແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;

3. ຕິດຕາມ ການເຄົາລົບ ແລະ ການປະຕິບັດລະບຽບກົດໝາຍ ຂອງຜູ້ຂັບ​ຂີ່ ​ແລະ ຍານພາຫະນະທຸກຊະນິດ ຕາມເສັ້ນທາງຢ່າງເຂັ້ມງວດ ເພື່ອປ້ອງກັນຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງການຈະລາຈອນ;

4. ກວດກາ ຂໍ້ມູນຍານພາຫະນະ ກ່ອນການຜະລິດ ຫຼື ຕິດປ້າຍລົດ;

5. ຜະລິດ ແລະ ຕິດປ້າຍລົດ ຕາມການມອບໝາຍຂອງກະຊວງປ້ອງກັນຄວາມສະ ຫງົບ;

6. ຄົ້ນ​ຄວ້າ, ວິ​​ໄຈຂໍ້​ມູນ, ສະໜອງສະຖິຕິອຸບປະຕິ​ເຫດ ​ແລະ ​ສັງລວມ​ປະລິ​ມານ​ການ​ສັນຈອນ​ຕາມເສັ້ນທາງໃນຂອບ​ເຂດ ແຂວງ, ນະຄອນ ເພື່ອວາງ​ແຜນ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ ຕາມຄວາມຮັບຜິດຊອບຂອງຕົນ;

7. ຄົ້ນ​ຄວ້າ ​ແກ້​ໄຂຄະດີອຸບປະຕິ​ເຫດທາງ​ຖະໜົນ ພາຍ​ໃນແຂວງ, ນະຄອນຂອງ ຕົນ ຕາມລະບຽບກົດໝາຍ;

8. ຄຸ້ມ​ຄອງ ​ແລະ ຊີ້​ນຳ​ໂດຍ​ກົງ​ ຕຳຫຼວດ​ຈະລາຈອນ, ຕໍາຫຼວດທາງຫຼວງ ເມືອງ, ເທດສະບານ;

9. ສະຫຼຸບ ​ລາຍ​ງານ ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈະລາຈອນ​ທາງບົກ ​ໃຫ້​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ອົງການ​ປົກຄອງ​ແຂວງ, ນະຄອນ ຢ່າງ​ເປັນ​ປົກກະຕິ;

10. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້ໃນ​ລະບຽບ​ກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 71 (ປັບປຸງ) ສິດ ແລະ ໜ້າທີ່ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ

ໃນ​ການ​ຄຸ້ມ​ຄອງ​ວຽກງານ​ຈະລາຈອນ​ທາງບົກ ​ຫ້ອງການໂຍທາທິການ ແລະ ຂົນສົ່ງ, ເມືອງ, ເທດສະບານ ມີ ສິດ ​ແລະ ໜ້າ​ທີ່ ​ດັ່ງ​ນີ້:

1. ຈັດຕັ້ງປະຕິບັດ ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບວຽກ ງານ ຈະລາຈອນທາງບົກ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

2. ປະສານ​ສົມທົບ​ກັບ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ, ​ໂຄສະນາ, ​ເຜີຍ​ແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ; ​

3. ຈັດຕັ້ງ, ຄຸ້ມຄອງການຂຶ້ນ​ທະບຽນ, ການສອບເສັງໃບຂັບຂີ່ປະເພດລົດຈັກສອງລໍ້, ລົດ​ໄຖ​ນາ​, ລົດ​ຕ໋ອກໆ ພາຍໃນເມືອງ, ເທດສະບານ ຂອງຕົນ;

4. ປະກອບຄໍາເຫັນກ່ຽວກັບການອອກ​ອະນຸຍາດ​​ດໍາ​ເນີນ​ທຸລະ​ກິດ​ ເຊັ່ນ ຮ້ານ​ສ້ອມ​ແປງ​ລົດ​, ​ເຄາະ​ຈອດ​ພົ່ນ​ສີ​ລົດ, ຈອດ​ຢາງ​ລົດ​, ລ້າງ​ອັດ​ສີດ, ໂຮງ​ຊ່ຽນ, ​ໂຮງ​ກຶງ, ຮ້ານ​ຂາຍ​ເຄື່ອງ​ອາ​ໄຫຼ່, ຮ້ານ​ຕົບ​ແຕ່ງ​ລົດ ແລະ ກິດຈະການອື່ນກ່ຽວກັບການຈະລາຈອນທາງບົກ;

5. ຄຸ້ມ​ຄອງ, ຕິດ​ຕັ້ງປ້າຍ ແລະ ​ເຄື່ອງໝາຍ​ຈະລາຈອນ​ທາ​ງບົກ ຕາມຄວາມຮັບ ຜິດຊອບຂອງຕົນ;

6. ເຂົ້າ​ຮ່ວມ​ໃນ​ການ​ແກ້​ໄຂ​ອຸບປະຕິ​ເຫດ ທີ່​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ເມືອງ, ເທດສະ ບານຂອງຕົນ ຕາມລະບຽບກົດໝາຍ;

7. ຄຸ້ມ​ຄອງ ອູ່​ສ້ອມ​ແປງຍານພາຫະນະ​, ການກວດກາ​ເຕັກນິກ ລົດຈັກ, ລົດ​ໄຖ​ນາ ຕາມຄວາມຮັບຜິດຊອບ ຂອງ​ຕົນ;

8. ເກັບກໍາຂໍ້​ມູນ ອຸບ​ປະ​ຕິ​ເຫດທາງ​ຖະໜົນ ​ແລະ ປະລິມານ​ການ​ສັນຈອນ ໃນຂອບ ເຂດ ເມືອງ, ເທດສະບານ ຂອງຕົນ;

9. ສະຫຼຸບ ​ລາຍ​ງານ ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈະລາຈອນ​ທາງບົກ ​ໃຫ້​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ແຂວງ, ນະຄອນ ​ແລະ ​ອົງການ​ປົກຄອງ​ເມືອງ, ​ເທດສະບານ ​ຢ່າງ​ເປັນ​ປົກກະຕິ;

10. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້ໃນ​ລະບຽບ​ກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 72 (ປັບປຸງ) ສິດ ​ແລະ ໜ້າ​ທີ່ຂອງ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເມືອງ, ເທດສະ ບານ

​ໃນ​ການ​ຄຸ້ມ​ຄອງ​ວຽກງານ​ຈະລາຈອນ​ທາງບົກ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເມືອງ, ​ເທດສະບານ ມີ​ ສິດ​ ​ແລະ ໜ້າ​ທີ່ ດັ່ງ​ນີ້:

1. ຈັດຕັ້ງປະຕິບັດນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ ກ່ຽວກັບວຽກ ງານຈະລາຈອນທາງບົກ ຕາມຄວາມຮັບຜິດຊອບຂອງຕົນ;

2. ປະສານ​ສົມທົບ​ກັບ​ຫ້ອງ​ການໂຍທາ​ທິການ ​ແລະ​ ຂົນ​ສົ່ງ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ, ​ໂຄສະນາ, ​ເຜີຍ​ແຜ່ ເພື່ອປູກຈິດສໍານຶກໃຫ້ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;

3. ປະສານ​ສົມທົບ ກັບ​ຫ້ອງການ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເມືອງ, ​ເທດສະບານ​ໃນ​ການປົກ​ປັກ​ຮັກສາປ້າຍ, ​ເຄື່ອງໝາຍ​ຈະລາຈອນ​ຕາມ​ເສັ້ນທາງ ​ເພື່ອ​ບໍ່​ໃຫ້​ຖືກ​ທຳລາຍ​​ຕາມຄວາມ ຮັບຜິດຊອບຂອງຕົນ;

4. ຈັດສັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍຕາມ​ເສັ້ນທາງ, ສະຖານ​ທີ່​ຈອດ​ລົດສາທາລະ ນະ ​ແລະ ອໍານວຍຄວາມສະດວກ, ຄວບ​ຄຸມການ​ສັນຈອນ ​ໃຫ້​ມີຄວາມສະດວກ, ປອດ​ໄພ ​ແລະ ​ໂລ່ງ​ລ່ຽນ;

5. ​​ຊັນ​ນະ​ສູດ, ສືບສວນ-ສອບ​ສວນ, ​ແກ້​ໄຂ​ ​ແລະ ປະກອບ​ສຳນວນ​ຄະດີ​ ອຸບປະຕິ​ເຫດທາງ​ຖະໜົນ ທີ່​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ເມືອງ, ​ເທດສະບານ ​ຕາມລະບຽບກົດໝາຍ;

6. ເກັບກໍາຂໍ້​ມູນອຸ​ບປະ​ຕິ​ເຫດຕາມເສັ້ນທາງ ​ແລະ ປະລິມານ​ການ​ສັນຈອນໃນຂອບ ເຂດເມືອງ, ເທດສະບານຂອງຕົນ;

7. ສະຫຼຸບ ​ລາຍ​ງານ ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈະລາຈອນ​ທາງບົກ ໃຫ້​ກອງ​ບັນ​ຊາ​ການ​ປ້​ອງກັນ​ຄວາມ​ສະຫ​ງົບ ແຂວງ, ນະຄອນ ​ແລະ ​ອົງການ​ປົກຄອງ​ເມືອງ, ​ເທດສະບານ ​ຢ່າງ​ເປັນ​ປົກກະຕິ;

8. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້ໃນ​ລະບຽບ​ກົດໝາຍ ແລະ ຕາມ ການມອບໝາຍ.

ມາດຕາ 73 (ໃໝ່) ສິດ ແລະ ໜ້າທີ່ ຂອງ ອົງການ​ປົກຄອງ​ບ້ານ

​ໃນ​ການ​ຄຸ້ມ​ຄອງ​ວຽກງານ​ຈະລາຈອນ​ທາງບົກ ອົງການ​ປົກຄອງ​ບ້ານ ມີ​ ສິດ ​ແລະ ໜ້າ​ທີ່ ຕົ້ນຕໍ ​ດັ່ງ​ນີ້:

1. ​ເຜີຍ​ແຜ່ຄຳ​ສັ່ງ, ​ຂໍ້ຕົກລົງ, ຄຳ​ແນະນຳ ​ກ່ຽວ​ກັບການ​ຈະລາຈອນ​ທາງບົກ​ໃຫ້​ແກ່​ປະຊາຊົນພາຍ​ໃນ​ຂອບ​ເຂດ ບ້ານ​ຂອງ​ຕົນ;

2. ປຸກລະດົມ​ປະຊາຊົນ ໃນການປະກອບສ່ວນປົກ​ປັກ​ຮັກສາ​ປ້າຍສັນຍານ, ​ໄຟ​ສັນ ຍານ, ​ເຄື່ອງໝາຍ​ຈະລາຈອນ​ຕາມ​ເສັ້ນທາງໃນ​ຂອບ​ເຂດ​ບ້ານ​ຂອງ​ຕົນ ພ້ອມ​ທັງ​ລາຍ​ງານ​ການ​ເປ່​ເພ ​ເສັຍ​ຫາຍຂອງປ້າຍ, ​ໄຟ​ສັນຍານ, ​ເຄື່ອງໝາຍຈະລາຈອນ​ ໃຫ້​ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເມືອງ, ​ເທດສະບານ ຢ່າງ​ທັນ​ການ; ​

3. ເຂົ້າຮ່ວມ, ຊ່ວຍຄວບ​ຄຸມສະຖານ​ທີ່​ອຸບ​ປະຕິ​ເຫດ ທີ່ເກີດຂຶ້ນຕາມ​ເສັ້ນທາງ​ໃນ​ຂອບ​ເຂດ​ບ້ານ​ຂອງ​ຕົນ ພ້ອມ​ທັງລາຍ​ງານ​​ໃຫ້​​ຕຳຫຼວດ​ຈະລາຈອນ, ຕໍາຫຼວດທາງຫຼວງຂອງ​ ເມືອງ, ​ເທດ ສະບານທີ່​ຕົນຂຶ້ນກັບ​ຢ່າງ​ທັນ​ການ;

4. ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ຄວບຄຸມການຈະລາ ຈອນທາງບົກ;

5. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້ໃນ​ລະບຽບ​ກົດໝາຍ ແລະ ຕາມການມອບໝາຍ.


ໝວດທີ 2
ການກວດກາວຽກ​ງານ​ຈະລາຈອນ​ທາງບົກ


ມາດຕາ 74 (ໃໝ່) ອົງການກວດກາ

ອົງການ​ກວດກາ​ວຽກ​ງານ​ຈະລາຈອນ​ທາງບົກ ມີ ສອງ ​ປະ​ເພດ​ ດັ່ງ​ນີ້:

1. ອົງການ​ກວດກາ​ພາຍ​ໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຈະ ລາຈອນທາງບົກ ຕາມທີ່ໄດ້​ກຳນົດ​ໄວ້​ ໃນ​ມາດຕາ 66 ຂອງ​ກົດ​ໝາຍ​ສະບັບ​ນີ້.

2. ອົງການ​ກວດກາ​ພາຍ​ນອກ ມີ:

- ສະພາ​ແຫ່ງ​ຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ;

- ອົງການ​ກວດກາ​ລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;

- ອົງການ​ກວດ​ສອບ​ແຫ່ງ​ລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດ ສອບ​ແຫ່ງ​ລັດ; ​

- ແນວ​ລາວ​ສ້າງ​ຊາ​ດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ປະຊາຊົນ ​ແລະ ສື່​ມວນ​ຊົນ.

ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຈະລາຈອນທາງບົກ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະ ສິດທິຜົນ.

ມາດຕາ 75 (ໃໝ່) ສິດ ​ແລະ ໜ້າ​ທີ່​ຂອງ ອົງການ​ກວດກາ

ໃນ​ການກວດກາ​ວຽກ​ງານ​ຈະລາຈອນທາງບົກ ອົງການ​ກວດກາ ​ມີ​ ສິດ ​ແລະ ໜ້າ​ທີ່ ປະຕິບັດຕາມ​ເນື້ອ​ໃນ ​ແລະ ຮູບ​ການ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ມາດຕາ 76 ​ແລະ 77 ຂອງ​ກົດໝາຍ​ສະບັບ​ນີ້.

ມາດຕາ 76 (ໃໝ່) ເນື້ອໃນການກວດກາ

ການ​ກວດກາ​ວຽກ​ງານ​​ຈະລາຈອນ​ທາງບົກ ມີ​ ເນື້ອ​ໃນ​ ຕົ້ນຕໍ ດັ່ງ​ນີ້:

1. ການຈັດ​ຕັ້ງ​ປະຕິບັດ​ ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​​ແຜນ​ດຳ​ເນີນ​ງານ, ລະບຽບ​ກົດໝາຍ ກ່ຽວ​ກັບ​ການ​ຈະລາຈອນ​ທາງບົກ;

2. ໂຄງການ​ກໍ່ສ້າງ, ຕິດ​ຕັ້ງ, ສ້ອມ​ແປງ ​ແລະ ບູລະນະລະບົບ​ສັນຍານ​​ຈະລາຈອນ;

3. ການປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ ຕາມ​ເສັ້ນທາງ, ການ​ແກ້​ໄຂ​ຜົນ​ກະທົບ​ຕໍ່​ຊີວິດ, ສຸຂະພາບ, ຊັບ​ສິນ​ຂອງ​ປະຊາຊົນ, ຂອງສາທາລະນະ ​ແລະ ຕໍ່ສິ່ງ​ແວດລ້ອມ;

4. ການ​ດຳ​​ເນີນ​ກິດຈະການ ​ກ່ຽວ​ກັບການສ້ອມແປງ, ດັດແປງ, ກວດກາເຕັກນິກຍານ ພາຫະນະ, ​ການ​ຝຶກ​ອົບຮົມ, ການ​ສິດສອນ ​ແລະ ການ​ສອບ​ເສັງໃບ​ຂັບ​ຂີ່;

5. ເອກະສານ​ຂອງ​ຜູ້​ຂັບ​ຂີ່, ​ເອກະສານ​ ​ແລະ ປ້າຍ​ທະບຽນຂອງ​ຍານພາຫະນະ, ​ທາດ​ເຫຼົ້າ​ໃນລົມຫາຍໃຈ​ຂອງ​ຜູ້​ຂັບ​ຂີ່​ ແລະ ຄວາມ​ໄວ​ຂອງ​ການ​ສັນຈອນ​ຂອງ​ຍານພາຫະນະ​ທຸກ​ຊະນິດ ຊຶ່ງມອບໃຫ້ຕໍາຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ເປັນຜູ້ກວດກາ.

ນອກຈາກ​ນີ້ ການ​ກວດກາ ຍັງ​ໃຫ້​ປະຕິບັດ​ຕາມ​ເນື້ອ​ໃນ​ການ​ກວດກາ ທີ່​ໄດ້​ກຳນົດ​ໄວ້​ໃນ​ລະບຽບ​ກົດໝາຍ​ອື່ນທີ່​ກ່ຽວຂ້ອງ.

ມາດຕາ 77 (ໃໝ່) ຮູບການ ການກວດກາ

ການ​ກວດກາ​ວຽກ​ງານ​ຈະລາຈອນ​ທາງບົກ ມີ ສາມຮູບ​ການ ດັ່ງ​ນີ້:

1. ການ​ກວດກາ​ຢ່າງ​​ເປັນ​ລະບົບ​ປົກກະຕິ ຊຶ່ງ​ແມ່ນ​ການ​ກວດກາ​ທີ່​ດຳ​ເນີ​ນໄປຕາມ​ແຜນການ ຢ່າງ​ເປັນ​ປະຈຳ ​ແລະ ມີ​ກຳນົດ​ເວລາ​ອັນ​ແນ່ນອນ;

2. ການ​ກວດກາ​ໂດຍ​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ ຊຶ່ງ​ແມ່ນ​ການ​ກວດກາ​ນອກ​ແຜນການ ​ເມື່ອ​ເຫັນ​ວ່າ​ມີ​ຄວາ​ມຈຳ​ເປັນ ຊຶ່ງ​ແຈ້ງ​ໃຫ້​ຜູ້ຖືກກ​ວດກາ​​ຮູ້ລ່ວງ​ໜ້າ;

3. ການ​ກວດກາ​ແບບ​ກະທັນຫັນ ​ຊຶ່ງແມ່ນ​ການ​ກວດກາ​ແບບ​ຮີບ​ດ່ວນ ໂດຍ​ບໍ່​ໄດ້​ແຈ້ງ​ໃຫ້​ຜູ້​ຖືກກ​ວດກາ​ຊາບ​ລ່ວງໜ້າ.

​ໃນ​​ການ​ດຳ​ເນີນ​ການ​ກວດກາການ​ຈະລາຈອນ​ທາງບົກ​ນັ້ນ ​ໃຫ້ປະຕິບັດ​ຖືກຕ້ອງ​ຕາມລະ ບຽບ​ກົດໝາຍ ຢ່າງ​ເຂັ້ມ​ງວດ.


ພາກທີ X
ສັບປະດາ​ແຫ່ງ​ຊາດ​ດ້ານຄວາມປອດໄພທາງຖະໜົນ,
ເຄື່ອງແບບ ແລະ ເຄື່ອງໝາຍ

ມາດຕາ 78 (ໃໝ່) ສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຖະຫນົນ

ສັບປະດາແຫ່ງຊາດ ດ້ານ ຄວາມປອດໄພທາງຖະຫນົນ ໃຫ້ກໍານົດເອົາສັບປະດາທໍາອິດ ຂອງເດືອນເມສາ.

ໃນແຕ່ລະປີ ກະຊວງໂຍທາທິການ ແລະຂົນສົ່ງ ເປັນເຈົ້າການປະສານສົມທົບກັບກະຊວງ ປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນໃນການ ຂຶ້ນແຜນ, ປຸກລະດົມກຳລັງແຮງ, ຍານພາຫະນະ, ວັດຖູປະກອນ ແລະ ທຶນຮອນຈາກ ທຸກພາກສ່ວນ​ໃນ​ສັງຄົມ ເພື່ອປະກອບສ່ວນເຂົ້າໃນການດຳເນີນກິດຈະກຳກ່ຽວກັບຄວາມປອດໄພທາງຖະໜົນໃນສັບ ປະດາດັ່ງກ່າວ ຢ່າງກວ້າງຂວາງ.

ມາດຕາ 79 (ໃໝ່) ເຄື່ອງ​ແບບ ແລະ​ ເຄື່ອງໝາຍ ​

​ເຄື່ອງ​ແບບ, ​ເຄື່ອງໝາຍ ຂອງ​ຕຳຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ​ໃຫ້​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຜູ້ກຳນົດ.

ເຄື່ອງ​ແບບ, ​ເຄື່ອງໝາຍ ຂອງ​ເຈົ້າ​ໜ້າ​ທີ່​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ຜູ້ກຳນົດ.



ພາກທີ XI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ


ມາດຕາ 80 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປະກອບສ່ວນເຂົ້າໃນວຽກງານຄວາມປອດໄພທາງຖະໜົນ, ຄວາມເປັນລະບຽບຮຽບ ຮ້ອຍໃນການຈະລາຈອນ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມເສັ້ນທາງ ຈະໄດ້ຮັບການຍ້ອງ ຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 81 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດໝາຍ ອື່ນທີ່ກ່ຽວຂ້ອງ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ດໍາເນີນ ຄະດີຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.

ມາດຕາ 82 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະ ຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 83 (ໃໝ່) ມາດຕະການທາງວິໄນ

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ແລະ ພະນັກງານທີ່ກ່ຽວຂ້ອງ ທີ່ໄດ້ລະເມີດ ກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ ແລະ ບໍ່ຈິງໃຈລາຍງານການກະທຳ ຜິດ, ຫຼົບຫຼີກຈາກຄວາມຜິດຂອງຕົນ ຈະຖືກລົງວິໄນຕາມລະບຽບການ ເຊັ່ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຊັ້ນ ຫຼື ໃຫ້ອອກຈາກລັດຖະການ.

ມາດຕາ 84 (ປັບປຸງ) ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

- ຂັບຂີ່ຍານ​ພາຫະນະໃນສະພາບມຶນເມົາ ເກີນອັດຕາທີ່ກຳນົດ;

- ຂັບຂີ່ຍານ​ພາຫະນະດ້ວຍຄວາມໄວເກີນກຳນົດ;

- ຂັບຂີ່ລົດຈັກ ບໍ່ໃສ່ໝວກກັນກະທົບ;

- ກັ້ງຄັນຮົ່ມຂີ່ລົດຈັກ;

- ໃຊ້ໂທລະສັບ, ເບິ່ງໂທລະພາບ ຫຼື ຫຼິ້ນເຄື່ອງເອເລັກໂຕຣນິກ ໃນເວລາຂັບຂີ່;

- ລະເມີດ ໄຟອຳນາດ, ປ້າຍສັນຍານ ແລະ ເຄື່ອງໝາຍຈະລາຈອນທາງບົກ;

- ບໍ່ມີ ໃບຂັບຂີ່ ຕາມປະເພດຍານ​ພາຫະນະ ທີ່ຕົນຂັບ, ບໍ່ມີເອກະສານຍານ​ພາຫະນະ;

- ແລ່ນຜິດທາງ ທີ່ກຳນົດໄວ້;

- ແລ່ນລົດ ທີ່ມີສຽງດັງເກີນມາດຕະຖານ;

- ໄຕ້ໄຟຕາສູງບໍ່ຖືກຕາມກົດຈະລາຈອນ;

- ບໍ່ໄຕ້ໄຟຕາໃນຍາມກາງຄືນ;

- ໄຕ້ໄຟຕາດຽວ ສຳລັບລົດສີ່ລໍ້ຂຶ້ນໄປ;

- ບໍ່ໄຕ້ໄຟຕາໃນຍາມກາງເວັນເວລາສະພາບອາກາດມືດມົວ ເຊັ່ນ ຝົນຕົກແຮງ, ໝອກ ລົງໜາ, ຂີ້ຝຸ່ນໄງ່;

- ມີຄວັນດຳ, ຄວັນຂາວ ເກີນມາດຕະຖານ;

- ບໍ່ມີຫ້າມລໍ້ ຫຼື ບໍ່ໄດ້ມາດຕະຖານເຕັກນິກ, ບໍ່ມີແວ່ນສ່ອງຫລັງ;

- ສ້າງຄວາມເປິະເປື້ອນ ຫຼື ສິ່ງກີດຂວາງຕາມເສັ້ນທາງ;

- ບັນທຸກເກີນນໍ້າໜັກ, ເກີນຂະໜາດ, ເກີນຈໍານວນ;

- ດັດແປງເຕັກນິກ ຂອງຍານພາຫະນະ ໂດຍບໍ່ໄດ້ຮັບອະນຸຍາດ;

- ລະເມີດກົດຈະລາຈອນ ​ແລະ ລະບຽບກົດໝາຍອື່ນທີ່​ກ່ຽວຂ້ອງ.

ສຳລັບອັດຕາປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 85 (ໃໝ່) ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ໄດ້ກໍ່ຄວາມ ເສັຍຫາຍ ຕ້ອງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 86 ມາດຕະການທາງອາຍາ

ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມກົດໝາຍອາຍາ.

ມາດຕາ 87 (ໃໝ່) ມາດ​ຕະການໂທດເພີ່ມ​

ນອກຈາກ ໂທດຕົ້ນຕໍທີ່ໄດ້ກຳນົດໄວ້ໃນມາດຕາ 86 ຂອງກົດໝາຍສະບັບນີ້ແລ້ວ ຜູ້​ກະ ທຳຜິດຍັງຈະຖືກປະຕິບັດໂທດເພີ່ມ ເຊັ່ນ ​ຕັດ​ຄະ​ແນນ​ຂອງ​ໃບ​ຂັບ​ຂີ່ ຫຼື ຖອນ​ໃບ​​ຂັບ​ຂີ່ ຕາມລະບຽບ ການສະເພາະ.


ພາກທີ XII

ບົດບັນຍັດສຸດທ້າຍ


ມາດຕາ 88 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 89 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ຫົກສິບ ວັນ ນັບ​ແຕ່​ວັນ​ປະທານ​ປະ​ເທດ​ ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ອອກ​ລັດ​ຖະດຳລັດ​ປະກາດ​ໃຊ້ ​ເປັນ​ຕົ້ນ​ໄປ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ສະບັບເລກທີ 02/ສພຊ ລົງວັນທີ 08 ເມສາ 2000.

​ຂໍ້​ກຳນົດ, ບົດ​ບັນຍັດ​ໃດ ທີ່​ຂັດ​ກັບ​ກົດໝາຍ​ສະບັບ​ນີ້ ລ້ວນ​ແຕ່​ຖື​ກຍົກ​ເລີກ.

ພັດທະນາ ແລະ ສະໜັບສະໜູນໂດຍ ບໍລິສັດ ເອອີເຄ ຈຳກັດ